ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະ ສືບສວນ ໄດ້ຮັບ ຜົນການກວດ ໃນການເສຍຊີວິດ ຂອງທ່ານ Arafat ​ແລ້ວ


ຄະນະ​ກໍາມາ​ທິການຂອງປາ​ແລ​ສ​​ໄຕ ກໍາລັງ​ສືບສວນ​ກ່ຽວ​ກັບ
ວ່າ ​ມື້​ລາງ​ຜູ້​ນໍາ ທ່ານ Yasser Arafat ​ໄດ້​ເສຍ​ຊີວິດ​ຢ່າງ​ໃດ
ຄະນະ​ກໍາມາ​ທິການຂອງປາ​ແລ​ສ​​ໄຕ ກໍາລັງ​ສືບສວນ​ກ່ຽວ​ກັບ ວ່າ ​ມື້​ລາງ​ຜູ້​ນໍາ ທ່ານ Yasser Arafat ​ໄດ້​ເສຍ​ຊີວິດ​ຢ່າງ​ໃດ
ຄະນະ​ກໍາມາ​ທິການຂອງປາ​ແລ​ສໄຕທີ່ກໍາລັງ​ສືບສວນ​ກ່ຽວ​ກັບ
ວ່າ ​ມື້​ລາງ​ຜູ້​ນໍາ ທ່ານ Yasser Arafat ​ໄດ້​ເສຍ​ຊີວິດ​ຢ່າງ​ໃດ
ນັ້ນກ່າວ​ວ່າ ຕົນ​ໄດ້​ຮັບ ​ຜົນ​ການທົດ​ສອບ ຈາກຫ້ອງ​ແລັບ ​ໃນ
ສວິດ​ເຊີ​ແລນ ​ແລະຣັດ​ເຊຍ​ແລ້ວ.

ບັນດາ​ຫ້ອງແລັບ​ທັງ​ສອງ ພ້ອມ​ດ້ວຍ​ຫ້ອງ​ແລັບແຫ່ງ​ທີ່​ສາມໃນ
ຝຣັ່ງ ​ໄດ້​ເອົາ​ຕົວຢ່າງ​ຈາກ​ສົບ​ຂອງ​ທ່ານ Arafat ​ໃນເດືອນ​ພະ
ຈິກ​ປີ​ກາຍ ຫລັງ​ຈາກ​ສົບ​ຂອງ​ທ່ານ​ໄດ້​ຂຸດ​ຂື້ນ​ມາ ​ເພື່ອ​ຊອກ​ຫາ
​ຮ່ອງ​ຮອຍ​ກ່ຽວ​ກັບ​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ ທ່ານ ​ໃນ​ປີ
2004.

ຄະນະ​ກໍາມາທິການ​ກ່າວ​ວ່າ ຫ້ອງແລັບ​ຂອງສະ​ວິດ ​ແລະຣັດ​ເຊຍ ​ໄດ້​ນໍາສະ​ເໜີ​ຜົນ​ການ
ທົດ​ສອບ​ໃນ​ໄລຍະ​ສອງ​ສາມ​ມື້​ຜ່ານ​ມານີ້ ​ແຕ່​ວ່າ ບັນດາ​ຜູ້​ຊ່ຽວຊານ ຈະ​ສຶກສາ​ເບິ່ງ ກ່ອນ
ທີ່​ຈະເປີດ​ເຜີຍລາຍ​ລະອຽດໃຫ້ປະຊາຊົນ​ຮູ້.

ທ່ານ Arafat ໄດ້ເຖິງ​ແກ່​ມໍລະນະ​ກຳ ຢູ່​ປະ​ເທດ​ຝຣັ່ງ ບໍ່​ດົນຫລັງ​ຈາກ​ໄດ້ເຈັບ ​ປ່ວຍແບບ
ລຶກລັບ.

ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງ ​ໄດ້​ສັ່ງ​ໃຫ້​ສືບສວນໃນ​ປີ​ແລ້ວນີ້ ​ຫລັງ​ຈາກ​ໄດ້​ມີ​ການຄົ້ນ ພົບ​ກຳ​ມັນ
ຕະພາບ​ລັງສີ polonium ​ທີ່​ຮ້າຍ​ແຮງຢູ່​ນໍາ​ເຄຶ່ອງນຸ່ງ​ຂອງທ່ານ Arafat ທີ່​ສົ່ງ​ມາ​ໃຫ້ ໂດຍ
ພັນ​ລະ​ຍາໝ້າຍ​ຂອງທ່ານ.

ມີ​ການ​ຊ່າ​ລືກັນ​ຢູ່​ໃນ​ໂລກອາຣັບວ່າ ອິສຣາ​ແອ​ລໄດ້​ວາງຢາ​ພິດ​ທ່ານ​ແຕ່​ວ່າອິສຣາ​ແອ​ລ
​ໄດ້​ປະຕິ​ເສດຕໍ່​ການ​ກ່າວ​ຫານີ້.
XS
SM
MD
LG