ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຮ້າຍປາແລສໄຕນ໌ ຂັບລົດ ເຂົ້າຕຳ​ຝຸງຊົນ ​ຢູ່​ສະຖານີ​ລົດ​ໄຟ ໃນ ອິສຣາແອລ


ISRAEL PALESTINIANS CNPK
please wait

No media source currently available

0:00 0:01:26 0:00

ເບິ່ງວີດີໂອ ເລື້ອງ ຄົນຮ້າຍຊາວປາແລສໄຕນ໌ ຂັບລົດຂອງລາວ ແລ່ນເຂົ້າຕຳ​ຝຸງ​ຊົນ

ຕຳຫລວດ​ອິສຣາ​ແອ​ລ ​ໄດ້​ເພີ້ມການຮັກສາ​ ຄວາມ​ປອດ​ໄພ​ຂຶ້ນ ​
ໃນນະຄອນຫລວງ​ເຈຣູຊະແລມ ຫຼັງຈາກ​ຄົນ​ຂັບ​ລົດ​ຊາວ
ປາ​ແລສ​ໄຕ​ນ໌ ຂັບ​ລົດ​ເຂົ້າຕຳ​ຝຸງຊົນ​ຢູ່​ສະຖານີ​ລົດ​ໄຟ ​ເຮັດ​ໃຫ້
ທາລົກນ້ອຍ​ອາຍຸ​ພຽງ 3 ​ເດືອນ ​ເສຍ​ຊີວິດ ​ແລະ ອີ​ກ​ 8 ຄົນ
​ທີ່​ຍ່າງ​ຢູ່​ຕາມ​ທາງ​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າໜ້າ​ທີ່​ຕຳຫລວດ​ອິສຣາ​ແອ​ລ ​ເອີ້ນ​ເຫດການ​ໃນ​ວັນ​ພຸດ​ວານ​ນີ້ ວ່າ​ເປັນ​ການກໍ່​ການ​ຮ້າຍ.

ຕຳຫລວດ​ໄດ້​ຍິງຜູ້​ຂັບ​ລົດ​ດັ່ງກ່າວ ໄດ້​ຮັບ​ບາດ​ເຈັບ​ ຜູ້ກ່ຽວ​ເຄີຍຖືກຄຸກຜ່ານ​ມາ​ແລ້ວ ຍ້ອນ​ ການ​ກໍ່​ການ​ຮ້າຍ.

ຢູ່​ທີ່​ງານ​ສົບ​ຂອງ​ເດັກ​ທາ​ລົກ ຍາດ​ຄົນ​ນຶ່ງ​ໄດ້​ສະ​ແດງ​ຄຳ​ເຫັນ​ກ່ຽວ​ກັບ​ໂສກ​ນາດຕະກຳ​
ດັ່ງ​ກ່າວ.

ທ່ານ Yitzhak ຜູ້​ເປັນ​ນ້າ​ບ່າ​ວ​ຂອງ​ເດັກ​ທາລົກ​ນັ້ນ ​ເວົ້າວ່າ: “ພໍ່​ແມ່​ຂອງ​ເດັກ​ທາລົກນັ້ນ​
ເປັນ​ຄູ່ສາມີພັນລະຍາ​ທີ່​ໜຸ່ມ​ນ້ອຍ​ຢູ່. ​ເຂົາເຈົ້າເປັນ​ຄົນ​ສັນຊາດ​ອາ​ເມຣິກັນ ​ແລະ
ເຂົາ​ເຈົ້າ ມີ​ເຮືອນ​ພັກ​ຢູ່​ທີ່​ນີ້. ​ແລະ​ມັນ​ໃຊ້​ເວລາ​ສອງສາມປີ ຫຼັງຈາກ​ໄດ້​ແຕ່ງງານ​
ກັນແລ້ວ​ ​ໃນທີ່​ສຸດ​ກໍໄດ້ລູກນ້ອຍ ​ແລະ​ຄື​ເຈົ້າ​ເຫັນ ຫຼັງຈາກ​ 3 ​ເດືອນ ມັນ​ເກີດ​ມີ​
ໂສກ​ນາດຕະກຳ​ນີ້.”

ສະຫະລັດໄດ້ປະນາມການຂັບລົດຕຳ​ດັ່ງກ່າວ ​ແລະ ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍພະຍາຍາມ​
ໃຈ​ເຢັນໆ ​ແລະຫລີກລ້ຽງ​ຈາກການເຮັດໃຫ້ຄວາມ​ເຄັ່ງ​ຕຶງເພີ້ມທະວີຂຶ້ນ.

A Palestinian driver killed a baby and inured eight when he rammed his car into a crowd of pedestrians at a Jerusalem train station Wednesday.

Israeli police are calling it an act of terrorism.

They shot and wounded the driver when he tried to run away. A police spokesman identifies him as a resident of East Jerusalem who has been jailed in the past for terrorism.

Witness say the driver headed at them at full speed outside the train station. He killed a 3-month-old baby girl and left eight others injured.

Israeli Prime Minister Benjamin Netanyahu accuses Palestinian President Mahmoud Abbas of inciting Palestinians to attack Jews in Jerusalem.

Palestinians want East Jerusalem as the capital of a future state.

XS
SM
MD
LG