ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນໍາທຸລະກິດໂລກ ຈະລະດົມທຶນ ໄປລົງ ໃນປາແລັສໄຕນ໌ (ວີດິໂອ/ສະໄລດ໌)


ທ່ານ John Kerry (ກາງ) ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານ Shimon Peres, ປະທານາທິບໍດີອິສຣາແອລ (ຊ້າຍ) ແລະທ່ານ Mahmoud Abbas ປະທານາທິບໍດີ ປາແລັສໄຕນ໌.
ທ່ານ John Kerry (ກາງ) ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານ Shimon Peres, ປະທານາທິບໍດີອິສຣາແອລ (ຊ້າຍ) ແລະທ່ານ Mahmoud Abbas ປະທານາທິບໍດີ ປາແລັສໄຕນ໌.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John
Kerry ເວົ້າວ່າ ບັນດາຜູ້ນໍາທຸລະກິດໂລກ ກໍາລັງມີແຜນ
ທີ່ຈະລະດົມທຶນ 4 ພັນລ້ານໂດລາ ເພື່ອລົງທຶນໃສ່ເສດຖະ ກິດທີ່ອ່ອນແອຂອງປາແລັສໄຕນ໌ ເພື່ອສະໜັບສະໜຸນການ
ດໍາເນີນຄວາມພະຍາຍາມ ຂອງສາກົນ ໃນການຟື້ນຟູຄືນ
ການເຈລະຈາສັນຕິພາບລະຫວ່າງອິສຣາແອລ ແລະປາ
ແລັສໄຕນ໌.

ໃນການກ່າວຕໍ່ກອງປະຊຸມເສດຖະກິດໂລກ ຫລື World
Economic Forum ຢູ່ຈໍແດນ ໃນວັນອາທິດວານນີ້ ທ່ານ
Kerry ເວົ້າວ່າ ທ່ານໄດ້ຮ້ອງຂໍຕໍ່ ອະດີດນາຍົກລັດຖະມົນ
ຕີອັງກິດ ທ່ານ Tony Blair ໃຫ້ນໍາພາທີມຂອງຫົວໜ້າຜູ້ບໍລິຫານທຸລະກິດ ທີ່ມີແຜນ
ທີ່ຈະລະດົມທຶນ ສໍາລັບການພັດທະນາເສດຖະກິດຢູ່ໃນເຂດຝັ່ງຕາເວັນຕົກຂອງ ແມ່ນໍ້າ
ຈໍແດນ ຫລື West Bank. ແຕ່ວ່າ ລັດຖະມົນຕີການຕ່າງປະເທດສະຫະລັດ ບໍ່ໄດ້ເວົ້າ
ຢ່າງເຈາະ ຈົງວ່າ ເງິນຈະມາຈາກໃສແທ້ ຫລືວ່າບໍລິສັດໃດຈະລົງທຶນໃນເຂດແດນຂອງ
ປາແລັສໄຕນ໌.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:




ທ່ານ Kerry ເວົ້າອີກວ່າ ທີມຜູ້ນໍາດັ່ງກ່າວກໍາລັງຊອກຫາໂອກາດການລົງທຶນຂອງ ຕ່າງ
ປະເທດຢູ່ໃນຂະແໜງການທ່ອງທ່ຽວ, ການກໍ່ສ້າງ, ການຜະລິດອຸດສະຫະກໍາເບົາ, ກະ
ສິກໍາ ແລະດ້ານຄົມມະນາຄົມຂອງປາແລັສໄຕນ໌. ທ່ານເວົ້າວ່າ ການລົງທຶນເຊັ່ນນັ້ນ ຖ້າຫາກໄດ້ຮັບການເຫັນດີຈາກບັນດາຜູ້ນໍາຂອງປາແລັສໄຕນ໌ ກໍແມ່ນມີຄວາມສາມາດ
ທີ່ຈະຊຸກຍູ້ໃຫ້ຜະລິດຕະພັນລວມພາຍໃນ ຫລື GDP ຂອງປາແລັສໄຕນ໌ ເພີ້ມຂຶ້ນ 50
ເປີເຊັນ ພາຍໃນສາມປີຂ້າງໜ້າ ແລະຕັດອັດຕາການຫວ່າງງານລົງຈາກ 21 ເປີເຊັນ
ໃຫ້ຍັງເຫລືອ 8 ເປີເຊັນ.

ພາບກ່ຽວກັບການຢ້ຽມຢາມຂອງທ່ານ Kerry ໃນເຂດຕາເວັນອອກກາງ

XS
SM
MD
LG