ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ແລະ ປາແລັສຕາຍນ໌ ເລີ້ມ ເຈລະຈາ ສັນຕິພາບ ຄືນອີກ (ວີດິໂອ)


ພາບເຂດຕັ້ງບ້ານເຮືອນຂອງຊາວຢີວຢູ່ເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນຫ ລື West Bank ຊຶ່ງເປັນເຂດຢູ່​ໃນການຄອບຄອງທີ່​ຝ່າຍປາແລສຕາຍນ໌ອ້າງວ່າເປັນ​ດິນ​ຂອງຕົນນັ້ນ.
ພາບເຂດຕັ້ງບ້ານເຮືອນຂອງຊາວຢີວຢູ່ເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນຫ ລື West Bank ຊຶ່ງເປັນເຂດຢູ່​ໃນການຄອບຄອງທີ່​ຝ່າຍປາແລສຕາຍນ໌ອ້າງວ່າເປັນ​ດິນ​ຂອງຕົນນັ້ນ.
ຄະນະເຈລະຈາຂອງອິສຣາແອລ ແລະປາແລັສຕາຍນ໌ ໄດ້
ເປີດການເຈລະຈາສັນຕິພາບຄືນອີກໃນວັນພຸດມື້ນີ້ ທີ່ກຸງ
Jerusalem ຊຶ່ງເປັນຄວາມພະຍາຍາມຢ່າງແທ້ຈິງຄັ້ງທໍາ
ອິດຂອງພວກທ່ານ ເພື່ອຈະແກ້ໄຂບັນຫາທີ່ສຳຄັນໆ ລະ
ຫວ່າງປະເທດທັງສອງ ໃນຮອບສາມປີ.

ທັງສອງຝ່າຍ ໄດ້ຈັດໃຫ້ມີການເຈລະຈາຂັ້ນຕົ້ນ ໃນເດືອນແລ້ວ
ນີ້ ຢູ່ນະຄອນວໍຊິງຕັນ ແລະມີຄວາມໝັ້ນໝາຍທີ່ຈະໃຊ້ໄລຍະ
ເວລາ 9 ເດືອນ ເພື່ອສົນທະນາກັນກ່ຽວກັບຊາຕາກໍາຂອງຊາວ
ອົບພະຍົບປາແລັສຕາຍນ໌, ການຕັ້ງບ້ານເຮືອນຂອງຊາວອິສຣາ
ແອລແລະຊາຍແດນຂອງປະເທດປາແລັສຕາຍນ໌ໃນອະນາຄົດ.

Low Expectations for Mideast Peace Talks
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ


ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ທັງສອງ
ຝ່າຍເຂົ້າໃຈເຖິງຄວາມຮີບດ່ວນຂອງບັນຫາ ໂດຍສະເພາະແມ່ນເລື້ອງຊາຍແດນ ແລະ
ເລື້ອງຄວາມໝັ້ນຄົງ. ທ່ານໄດ້ໂອ້ລົມທາງໂທລະສັບກັບທັງນາຍົກລັດຖະມົນຕີອິສຣາ
ແອລ, ທ່ານ Benjamin Netanyahu ແລະປະທານາ ທິບໍດີປາແລັສຕາຍນ໌ ທ່ານ Mahmoud Abbas ກ່ອນໜ້າຈະມີການເຈລະຈາກັນ ໃນວັນພຸດມື້ນີ້.

ການເຈລະຈາທີ່ວ່ານີ້ ແມ່ນນໍາພາໂດຍທ່ານນາງ Tzipi Livni ລັດຖະມົນຕີກະຊວງຍຸດ
ຕິທໍາຂອງອິສຣາແອລ ແລະທ່ານ Saeb Erekat ຫົວໜ້າຄະນະເຈລະຈາຂອງປາແລັສ
ຕາຍນ໌ ໂດຍໄດ້ຮັບການຊ່ວຍເຫລືອຈາກອະດີດເອກອັກຄະລັດຖະທູດສະຫະລັດປະ
ຈໍາອິສຣາແອລ ທ່ານ Martin Indyk.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG