ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

19 ຄົນ ເສຍຊີວິດ ໃນອຸບັດຕິເຫດ ເຮືອບິນຕົກ ທີ່ເນປານ


ຮູບພາບໄຟໃໝ້ເຮືອບິນຕົກ ທີ່ເນປານ ມີຜູ້ເສຍຊີວິດ 19 ຄົນ
ຮູບພາບໄຟໃໝ້ເຮືອບິນຕົກ ທີ່ເນປານ ມີຜູ້ເສຍຊີວິດ 19 ຄົນ
ບັນດາ​ເ​ຈົ້າໜ້າ​ທີ່​ເນ​ປານ ກ່າວ​ວ່າ ​ເຮືອບິນ​ລໍາ​ນຶ່ງ​ໄດ້​ປະສົບ​ອຸບັດ
​ຕິ​ເຫດຕົກ ບໍ່​ດົນ ລຸນຫລັງ​ໄດ້​ບິນຂື້ນ​ຈາກ​ສະໜາມ​ບິນ​ທີ່​ເມືອງ
ຫລວງ Kathmandu ​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ ທັງ 19 ຄົນ ຢູ່ໃນ​
ເຮືອບິນລຳດັ່ງກ່າວ.

ເຈົ້າ​ໜ້າ​ທີ່​ຂອງສະໜາມບິນ​ກ່າວ​ວ່າ ນັກ​ບິນ​ໄດ້​ແຈ້ງ​ໃຫ້​ຫໍ​ຄວບ​ຄຸມອາກາດ​ສະ ຍານວ່າ ​ເຮືອບິນ​ໄດ້​ຕໍາເອົານົກ ​ກ່ອນເຮືອບິນ​ຕົກລົງ​ມາ.

ເຈົ້າ​ໜ້າ​ທີ່​ການບິນ​ກ່າວ​ວ່າ ເຮືອບິນ​ຂອງສາຍ​ການບິນ Sita ​ໄດ້ຕົກລົງໃສ່​ແຄມ​ແມ່​ນໍ້າ Manohara ​ຊຶ່ງ​ພາ​ໃຫ້ເກີດ​ໄຟ​ໄໝ້​ຂື້ນ.

​ເຈົ້າ​ໜ້າ​ທີ່​ຕໍາ​ຫລວດ​ກ່າວ​ວ່າ ຊາວ​ອັງກິດ​ ​ເຈັດ​ຄົນ ຊາວ​ຈີນ​ຫ້າ​ຄົນ ​ແລະຜູ້​ໂດຍສານເນ​ປານອີກ​ສີ່​ຄົນ ​ແມ່ນຮວມ​ຢູ່​ໃນ​ຈຳນວນຜູ້​ເສຍ​ຊີວິດ. ພະ​ນັກ​ງານອີກ​ສາມ​ຄົນ​ຂອງ​ເຮືອ
ບິນທີ່​ເປັນ​ຊາວ​ເນ​ປານ​ກໍ​ໄດ້​ເສຍ​ຊີວິດ ​ໃນ​ອຸບັດ​ຕິ​ເຫດ​ດັ່ງກ່າວ.

ເຮືອບິນ​ຂອງສາຍ​ການບິນ Sita ລຳ​ນີ້ ພວມມຸ້​ງໜ້າ​ສູ່ເມືອງ Lukla ຊຶ່ງ​ເປັນ​ປະຕູເຂົ້າ​ສູ່ຈອມ​ພູ Everest. ຊາວ​ຕ່າງປະ​ເທດ​ຫລາຍ​ພັນ​ພາກັນ​ມຸ້ງ​ໜ້າ​ສູ່ຂົງ​ເຂດດັ່ງກ່າວ ​ເພື່ອຮ່ວມ​ການ​ປີນ​ຂື້ນ​ສູ່​ຈອມພູ​ສູງ​ທີ່​ສຸດ​ໃນໂລກ.

ລະດູ​ໃບ​ໄມ້ຫຼົ່ນ ​ແມ່ນ​ລະດູ​ສຳ​ຫຼັບການ​ປີນ​ພູ​ທີ່​ມີ​ຄົນ​ໄປ​ຮ່ວມ​ຫຼາຍທີ່​ສຸດຢູ່​ໃນ​ເນ ປານ ຊຶ່ງ​ມີ​ຈອມ​ພູ​ສູງ 8 ໜ່ວຍ ຂອງ​ຈຳນວນ​ທັງ​ໝົດ 14 ໜ່ວຍ​ທີ່​ສຸງທີ່​ສຸດ​ໃນ​ໂລກ.
XS
SM
MD
LG