ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ປາກິສຖານ ປະນາມການສັງຫານ ນັກເຄື່ອນໄຫວ ສິດທິ ແມ່ຍິງ


ບັນດາສະມາຊິກຂອງກຸ່ມສັງຄົມ "Umeed Jawan Peace Society" ຖືຮູບຂອງນັກເຄື່ອນໄຫວເພື່ອສິດທິແມ່ຍິງ ນາງ Sabeen Mahmud ທີ່ຖືກພວກມືປືນຍິງຕາຍ, ວັນທີ 25 ເມສາ 2015 ທີ່ເມືອງ Lahore ປາກິສຖານ
ບັນດາສະມາຊິກຂອງກຸ່ມສັງຄົມ "Umeed Jawan Peace Society" ຖືຮູບຂອງນັກເຄື່ອນໄຫວເພື່ອສິດທິແມ່ຍິງ ນາງ Sabeen Mahmud ທີ່ຖືກພວກມືປືນຍິງຕາຍ, ວັນທີ 25 ເມສາ 2015 ທີ່ເມືອງ Lahore ປາກິສຖານ

ນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ​ໄດ້​ປະ
ນາມ​ການ​ໂຈມ​ຕີ ​ການ​ສັງຫານ​ນາງ Sabeen Mahmud ນັກ
​ເຄື່ອນ​ໄຫວ​ດ້ານ​ສິດທິ​ແມ່ຍິງ ທີ່​ມີ​ຊື່​ສຽງ ​ໃນ​ເມືອງ​ທ່າ Karachi
ນັ້ນແລະ​ສັ່ງ​ໃຫ້​ທຳ​ການ​ສືບ​ສວນ​ສອບ​ສວນ​ໂດຍ​ທັນທີ​.

ສະຖານທູດ​ສະຫະລັດ ທີ່​ນະຄອນຫຼວງ​ອິສລາມາ​ບັດ ​ໄດ້​ປະນາມ
​ການ​ສັງຫານ​ນາງ Mahmud ເຊັ່ນ​ກັນ ​ແລະ​ໄດ້​ສະ​ແດງ​ຄວາມ
​ໂສກ​ເສົ້າ​ເສຍ​ໃຈ ຕໍ່ຄອບຄົວ ພວກ​ຍາດຕິ​ພີ່ນ້ອງ​ແລະ​ເພື່ອນ​ຝູງ​
ຂອງ​ນາງ​.

ຕຳຫຼວດ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ພວກ​ມື​ປືນ​ຈຸ​ໜຶ່ງ​ທີ່​ຂີ່​ລົດຈັກ
​ມາ ​ໄດ້​ສັງຫານ​ນາງ Mahmoud ​ໃນ​ແລງ​ວັນ​ສຸກ​ຜ່ານ​ມາ ພຽງ​ບໍ່ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ນາງໄດ້ໄຂ​ກອງ​ປະຊຸມໜຶ່ງກ່ຽວ​ກັບ​ແຂວງBaluchistan ​ທີ່​ປະສົບ​ກັບ​ຄວາມ​ວຸ້ນວາຍ ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ປາ​ກິ​ສ ຖານນັ້ນ. ​ແຂວງ Baluchistan ​ເປັນທີ່​ຮູ້​ຈັກ​ກັນວ່າ​
ເປັນ​ບ່ອນທີ່​ມີ ​ການ​ກໍ່​ການ​ກະບົດ​ມາ​ເປັນ​ເວລາ​ດົນ​ນານ​ ໃນປາ​ກິ​ສຖານ​ນັ້ນ.

ເຖິງ​ແມ່ນ​ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ​ປະຕິ​ເສດທີ່​ຈະ​ໃຫ້​ລາຍ​ລະອຽດ ກ່ຽວ​ກັບ
​ສາ​ເຫດ​ທີ່​ເປັນ​ໄປ​ໄດ້ໃນ​ການ​ສັງຫານ​ນາງ Mahmud ນັ້ນ​ກໍ​ຕາມ ​ແຕ່​ພວກ​ເພື່ອ​ຝູງ​ແລະ
ເພື່ອນ​ຮ່ວມງານ ບັນ​ລະ​ຍາຍ​ການ​ເສຍ​ຊີວິດ​ຂອງ​ນາງ ​ເປັນ​ການ​ລອບ​ສັງຫານ​ທີ່​ໄດ້​ແນ
ເປົ້າ​ໝາຍ​ໄວ້.

ນັກ​ເຄື່ອນ​ໄຫວ​ປາ​ກິ​ສຖານຄົນ​ນີ້ ທີ່​ເປັນ​ເຈົ້າ​ຂອງ​ຮ້ານ​ຂາຍ​ກາ​ເຟ ຢູ່​ເທິງ​ຊັ້ນ​ສອງ​ຂອງ​ອາຄານ​ຫຼັງ​ໜຶ່ງ​ໃນ​ນະຄອນ​ກາຣາຈີ ທີ່​ເອີ້ນ​ກັນ​ໃນທ້ອງ​ຖິ່ນ​ວ່າ ຮ້ານ T2F ​ແລະ​ຍາ​ແມ່​
ຂອງ​ນາງ Mehnaz Mahmud ກຳລັງ​ພາກັນ​ເດີນທາງ​ກັບ​ບ້ານ​ເຮືອນ​ຈາກ​ຮ້ານກາ​ເຟ ຂອງ​ເຂົາ​ເຈົ້າ ​ ເວລາ​ພວກ​ເຂົາ​ເຈົ້າ​ຖືກ​ໂຈມ​ຕີ​ນັ້ນ. ນາງ Mahmud ​ໄດ້​ເສຍ​ຊີວິດ​ ​ໃນ​ລະຫວ່າງເດີນທາງ​ໄປ​ຍັງ​ໂຮງໝໍ. ພວກ​ນາຍ​ແພດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຈາະ​ເອົາ​ລູກປືນ 5 ລູກ​ອອກ​ຈາກ​ໂຕ​ນາງ. ສ່ວນ​ແມ່​ຂອງ​ນາງ ກໍ​ໄດ້​ຖືກ​ຍິງ​ເຊັ່ນ​ກັນ ​ແລະ​ມີ​ອາການ​ສາຫັດ.

XS
SM
MD
LG