ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ເຮືອບິນຕົກ ໃນປາກິສຖານ


ເຮືອບິນລຳນຶ່ງ ທີ່ບັນທຸກ 152 ຄົນ ໄດ້ປະສົບອຸບັດຕິເຫດ ຕົກ ໃກ້ໆນະຄອນຫຼວງ ອິສລາມາບັດ ເຮັດໃຫ້ທຸກໆຄົນ ທີ່ຢູ່ເທິງເຮືອບິນ ເສຍຊີວິດ.

ເຈົ້າໜ້າທີ່ກ່າວວ່າ ລາຍງານໃນຂັ້ນຕົ້ນທີ່ວ່າ ມີຜູ້ລອດຊີວິດ ມາໄດ້ ຈຳນວນນຶ່ງນັ້ນ ແມ່ນບໍ່ຖືກຕ້ອງ.

ເຮືອບິນ ຂອງບໍລິສັດບິນ ການບິນເອກກະຊົນ AIRBLUE ລຳນີ້ ໄດ້ບິນເຂົ້າຕຳໜ້າຜາ MARGALLA ໃກ້ໆນະຄອນ ຫຼວງ ຂອງປາກິສຖານ.

ເຈົ້າໜ້າທີ່ກ່າວວ່າ ເຮືອບິນລຳນີ້ ພວມເດີນທາງ ແຕ່ນະຄອນກາຣາຈີ ໄປຍັງນະຄອນຫຼວງ ອິສລາມາບັດ ແລະພວມກຽມ ທີ່ຈະລົງຈອດ ທ່າມກາງສະພາບ ດິນ​ຟ້າ​ອາກາດ ທີ່ມີເມກ ເຝື້ອໜາ ແລະຝົນຕົກ ເວລາປະສົບອຸບັດຕິເຫດ.

ສາເຫດແທ້ຈິງ ທີ່ພາໃຫ້ເຮືອບິນລຳນີ້ ປະສົບອຸບັດຕິເຫດນັ້ນ ແມ່ນຍັງບໍ່ທັນເປັນທີ່ຮູ້ຈັກເທື່ອ ໃນເວລານີ້.

ໂຄສົກຄົນນຶ່ງ ຂອງບໍລິສັດ ຜະລິດເຮືອບິນແອຣ໌ບັສ ໃຫ້ການຢືນຢັນວ່າ ອຸບັດຕິເຫດ ແມ່ນພົວພັນກັບ ເຮືອບິນລຳນຶ່ງ ຂອງຕົນແທ້.

XS
SM
MD
LG