ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງຮຽນວິຊາຊີບ ຂອງປາກິສຖານ ຊ່ວຍເຫຼືອ ອົບພະຍົບແມ່ຍິງຊາວອັຟການິສຖານ ສ້າງທຸລະກິດ


ແມ່ຍິງອັຟການິສຖານ ເຂົ້າຮ່ວມຫ້ອງຮຽນຕັດຫຍິບເສື້ອຜ້າ ທີ່ ໂຮງຮຽນສອນທັກສະສຳລັບຜູ້ທີ່ຕ້ອງການການຊ່ວຍເຫຼືອ ໃນເມືອງ ເປຊາວາ
ແມ່ຍິງອັຟການິສຖານ ເຂົ້າຮ່ວມຫ້ອງຮຽນຕັດຫຍິບເສື້ອຜ້າ ທີ່ ໂຮງຮຽນສອນທັກສະສຳລັບຜູ້ທີ່ຕ້ອງການການຊ່ວຍເຫຼືອ ໃນເມືອງ ເປຊາວາ

ໃນການຝຶກອົບຮົມນ້ອຍໃນເມືອງເປຊາວາ (Peshawar) ທາງຕາເວັນຕົກສຽງ ເໜືອຂອງປາກິສຖານທີ່ຄຶກຄັກ, ຜູ້ຍິງຊາວອັຟການິສຖານຫຼາຍສິບຄົນນັ່ງເບິ່ງຄູສອນໃຫ້ເຂົາເຈົ້າຜະລິດເຄື່ອງນຸ່ງດ້ວຍຈັກຫຍິບເຄື່ອງ, ອີງຕາມອົງການຂ່າວຣອຍເຕີສ໌.

ສູນທັກສະດັ່ງກ່າວໄດ້ຖືກສ້າງຕັ້ງຂຶ້ນໃນປີກາຍນີ້ໂດຍຊາວເມືອງເປຊາວາ ນາງມາຣາ ບາເຊຍ (Mahra Basheer), ອາຍຸ 37 ປີ, ຫຼັງຈາກໄດ້ເຫັນການໄຫຼເຂົ້າຢ່າງຕໍ່ເນື່ອງຂອງປະຊາຊົນຈາກປະເທດເພື່ອນບ້ານ ອັຟການິສຖານ ເຊິ່ງພວກເຂົາປະເຊີນກັບວິກິດການດ້ານເສດຖະກິດ ແລະຂໍ້ຈໍາກັດທີ່ເພີ່ມຂຶ້ນ ກ່ຽວກັບແມ່ຍິງນັບຕັ້ງແຕ່ກຸ່ມຕາລີບານ ໄດ້ເຂົ້າຍຶດຄອງໃນປີ 2021.

ນາງພະຍາຍາມສ້າງທາງເລືອກສໍາລັບແມ່ຍິງໃຫ້ມີອິດສະຫຼະທາງດ້ານການເງິນ ໂດຍໄດ້ເປີດການຝຶກອົບຮົມເພື່ອສອນການຕັດຫຍິບເຊັ່ນດຽວກັນກັບທັກສະດ້ານດິຈິຕອນ ແລະການເສີມຄວາມງາມ. ນາງບາເຊຍ ໄດ້ພົບເຫັນແມ່ຍິງຫຼາຍຮ້ອຍຄົນລົງທະບຽນຢ່າງໄວວາ ແລະມີບັນຊີລາຍຊື່ລໍຖ້າຍາວນານ.

"ຖ້າພວກເຮົາໄດ້ຮັບການຊ່ວຍເຫຼືອ, ຂ້ອຍຄິດວ່າພວກເຮົາຈະສາມາດຝຶກອົບຮົມນັກຮຽນໄດ້ລະຫວ່າງ 250 ຫາ 500 ຄົນໃນເວລາດຽວ, ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ແມ່ຍິງໃຫ້ສາມາດມີບົດບາດສໍາຄັນໃນຊຸມຊົນ," ນາງບາເຊຍ ໄດ້ກ່າວ.

ເຈົ້າໜ້າທີ່ກ່າວວ່າ ມີຊາວອັຟການິສຖານຫຼາຍແສນຄົນ ໄດ້ເດີນທາງໄປປາກິສຖານ ນັບຕັ້ງແຕ່ກອງກຳລັງຕ່າງຊາດໄດ້ອອກໄປ ແລະກຸ່ມຕາລີບານ ໄດ້ເຂົ້າຍຶດຄອງໃນປີ 2021. ເຖິງແມ່ນວ່າກ່ອນໜ້ານັ້ນ ປາກິສຖານໄດ້ເປັນເຈົ້າພາບຮັບເອົາຊາວອົບພະຍົບທີ່ໄດ້ລົງທະບຽນແລ້ວປະມານ 1.5 ລ້ານຄົນ ຊຶ່ງເປັນນຶ່ງໃນຈຳນວນປະຊາກອນທີ່ໃຫຍ່ທີ່ສຸດໃນໂລກ, ອີງຕາມໜ່ວຍງານອົບພະຍົບຂອງອົງການສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG