ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານປາກິສຖານ ບຸກເຂົ້າກວດຄົ້ນ ສຳນັກງານໃຫຍ່ ຂອງພັກ MQM ທີ່ ກາຣາຈີ


ທະຫານປາກິສຖານ ບຸກເຂົ້າກວດຄົ້ນ ຫ້ອງການຂອງພັກ Muttahida Quami Movement ວັນທີ 11 ມີນາ 2015.
ທະຫານປາກິສຖານ ບຸກເຂົ້າກວດຄົ້ນ ຫ້ອງການຂອງພັກ Muttahida Quami Movement ວັນທີ 11 ມີນາ 2015.

ໜ່ວຍ​ກຳລັງ​ປະກອບ​ອາວຸດ​ປາ​ກິ​ສຖານ ​ໄດ້​ບຸກ​ເຂົ້າ​ກວດ​ຄົ້ນ​
ສຳນັກງານໃຫຍ່​ຂອງ​ພັກ​ການ​ເມືອງ​ໃຫຍ່​ພັກ​ນຶ່ງ​ ໃນ​ວັນ​ພຸດ
​ມື້​ນີ້ ​ທີ່​ເມືອງ​ກາຣາຈີ ບ່ອນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ
​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ພວກ​ຜູ້​ຕ້ອງ​ສົງ​ໄສ ​ທີ່​ຕ້ອງການ​ໂຕ​ຈຳນວນ
​ນຶ່ງ ​ແລະ​ຍຶດອາວຸດໄດ້.

ການ​ບຸກ​ເຂົ້າ​ກວດ​ຄົ້ນ ດັ່ງກ່າວ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພວກ​ຫ້ອງ
ການ​ຂອງ​ຂະ​ບວນການ Muttahida Quami ຫຼື MQM ຊຶ່ງ​
ເປັນ​ກຳລັງ​ການ​ເມືອງ​ຄອບ​ງຳ​ໃນ​ເມືອງ​ທີ່​ມີ​ປະຊາຊົນອາໄສ
ຢູ່​ຫຼາຍ​ທີ່​ສຸດ​ຂອງ​ປາ​ກິ​ສຖານ.

ພັນ​ເອກ Tahir Mahmood ກ່າວ​ວ່າ ພັກ​ການ​ເມືອງ​ດັ່ງກ່າວໄດ້​ໃຫ້​ບ່ອນ​ລີ້​ຊ່ອນ​ ​ແກ່
​ພວກ​ອາ​ຊະ​ຍາກ​ອນ ​ແລະ​ວ່າ​ພວກ​ທະຫານ​ໄດ້​ຈັບ​ກຸມ​ພວກ​ອາ​ຊະ​ຍາກ​ອນ 6 ຄົນ ​ທີ່​ຜູ້​ຄົນຮູ້​ຈັກ​ກັນ​ດີໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ກວດ​ຄົ້ນ​ຄັ້ງ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ ພັກ MQM ​ເອີ້ນ​ການ​ປະຕິບັດ​ງານ​ດັ່ງກ່າວ​ວ່າ ມີ​ຈຸດປະສົງ​ທາງ​ດ້ານ
​ການ​ເມືອງ ​ແລະ​ກ່າວ​ວ່າ ພວກ​ອາວຸດໃນ​ສຳນັກງານ​ໃຫຍ່​ຂອງ​ຕົນແມ່ນ​ມີ​ໃບ​ອະນຸຍ​າດ
ທີ່​ຖືກຕ້ອງ​ຕາມ​ກົດໝາຍ.

ພວກ​ທີ່ຄັດ​ຄ້ານ ກ່າວ​ຫາ​ພັກ MQM ວ່າ​ໃຊ້​ຄວາມ​ຮຸນ​ແຮງ​ເພື່ອ​ກົດ​ດັນ​ອິດ​ທິພົນ​ຂອງ​ຕົນ
ຊຶ່ງ​ພັກ​ດັ່ງກ່າວ​ໄດ້​ປະຕິ​ເສດ​ນັ້ນ.

XS
SM
MD
LG