ນັກເຄື່ອນໄຫວ ເຍົາວະຊົນຍິງປາກິສຖານ ນາງ Malala You-
safzai ກໍາລັງສະຫລອງວັນເກີດຄົບຮອບ 16 ປີທີ່ບໍ່ແມ່ນດ້ວຍ
ການຈັດງານແບບຊຸມແຊວມ່ວນຊື່ນ ແຕ່ເປັນການປະກາດ ໃຫ້
ຄຳໝັ້ນສັນຍາຂອງນາງ ຕໍ່ຂໍ້ລິເລີ້ມຂອງເລຂາທິການໃຫຍ່ ສະ
ຫະປະຊາຊາດ ເພື່ອເຮັດໃຫ້ ເດັກນ້ອຍທັງໝົດ ໂດຍສະເພາະ
ແລ້ວຜູ້ຍິງ ໄດ້ເຂົ້າໂຮງຮຽນ ໃນປີ 2015.
ນາງ Yousafzai ໄດ້ຖືກຍິງໃສ່ຫົວໂດຍມືປືນທາລິບານເມື່ອ 9
ເດືອນກ່ອນ ໃນຂະນະທີ່ນາງ ກັບບ້ານຈາກໂຮງຮຽນ. ນາງໄດ້
ເປັນເປົ້າໝາຍເພາະວ່າ ນາງກ້າເວົ້າກ້າວ່າ ໃຫ້ພວກເດັກນ້ອຍ
ຜູ້ຍິງສິດໄປໂຮງຮຽນໃນປາກິສຖານ.
ນາງ Yousafzai ນັ່ງຢູ່ທີ່ບ່ອນນັ່ງໃນຫ້ອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຊຶ່ງຕາມທໍາມະດາແລ້ວ ແມ່ນສະຫງວນໄວ້ສໍາລັບ ເລຂາທິການໃຫຍ່ສະຫະ ປະຊາຊາດ ທ່ານ Ban Ki-moon ທໍ່ນັ້ນ ໃນຂະນະທີ່ທ່ານປະກາດໃຫ້ວັນສຸກ ວານນີ້ ເປັນ “ວັນ Malala.” ນາງກ່າວວ່າ ການໃຫ້ກຽດນີ້ບໍ່ແມ່ນພຽງແຕ່ກ່ຽວກັບນາງທໍ່ນັ້ນ.
“ວັນ Malala ບໍ່ແມ່ນວັນສໍາລັບ ຂ້າພະເຈົ້າ. ມື້ນີ້ ເປັນມື້ສໍາລັບຜູ້ຍິງທຸກໆຄົນເດັກນ້ອຍ
ຜູ້ຊາຍທຸກໆຄົນ ແລະເດັກນ້ອຍຜູ້ຍິງທຸກໆຄົນ ຊຶ່ງເປັນຜູ້ທີ່ກ້າປາກກ້າ ເວົ້າ ເພື່ອສິດທິຂອງພວກເຂົາເຈົ້າ.
ນາງ Malala ໄດ້ຖະແຫລງຕໍ່ບັນດາຜູ້ນໍາຊາວໜຸ່ມ ທີ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ໃນນະຄອນນິວຢອກ. ນາງໄດ້ປະນາມຄວາມຮຸນແຮງແລະກ່າວຫາ ພວກຫົວຮຸນແຮງຈັດອິດສລາມຢູ່ໃນປະເທດຂອງນາງວ່າ ຢ້ານກົວຄວາມສະເໝີພາບ ທີ່ພວກໄດ້ຮັບການສຶກສາ ຈະນໍາມາສູ່ສັງຄົມ.
ການລິເລີ້ມ ການສືກສາກ່ອນອື່ນໃດໝົດ ຂອງໂລກ ມີຄວາມໝາຍໝັ້ນທີ່ຈະໃຫ້ທຶນແກ່ພວກນາຍຄູໃໝ່ ໂຮງຮຽນແລະປື້ມຮຽນ ອັນເປັນພາກສ່ວນທີ່ແນ່ໃສ່ເພື່ອ ເຮັດໃຫ້ເດັກ
ນ້ອຍຜູ້ຍິງແລະເດັກນ້ອຍຜູ້ຊາຍທຸກໆຄົນໄດ້ເຂົ້າໂຮງຮຽນໃນເດືອນ ທັນວາ ປີ 2015.