ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຕາລີບານ ໃນປາກິສຖານ ແຕ່ງຕັ້ງ ຫົວໜ້າຄົນໃໝ່


ພາບນີ້ໄດ້ມາຈາກວິດີໂອຂ່າວ ເມື່ອວັນທີ 7 ພະຈິກ 2013, ສະແດງໃຫ້ເຫັນຮູບ ຂອງທ້າວ ມຸລລາ ຟາສລູລາ ຖືກສາຍໃສ່ຝາ ໂດຍເຄື່ອງສາຍພາບໃນ ປາກິສຖານ.
ພາບນີ້ໄດ້ມາຈາກວິດີໂອຂ່າວ ເມື່ອວັນທີ 7 ພະຈິກ 2013, ສະແດງໃຫ້ເຫັນຮູບ ຂອງທ້າວ ມຸລລາ ຟາສລູລາ ຖືກສາຍໃສ່ຝາ ໂດຍເຄື່ອງສາຍພາບໃນ ປາກິສຖານ.

ພວກຫົວຮຸນແຮງ ຕາລີບານ ໃນປາກິສຖານ ໄດ້ຢືນຢັນການຕາຍຂອງຫົວໜ້າຂອງ
ພວກເຂົາຢ່າງເປັນທາງການ ຈາກການໂຈມຕີໂດຍເຮືອ ບິນບໍ່ມີຄົນຂັບຂອງ ສະຫະ
ລັດ ເມື່ອສັບປະດາທີ່ຜ່ານມາ ໃນພາກຕາເວັນອອກຂອງປະເທດ ອັຟການິສຖານ
ແລະ ໄດ້ປະກາດການແຕ່ງຕັ້ງຜູ້ສືບທອດຕຳແໜ່ງຂອງລາວ.

ຫົວໜ້າກຸ່ມຫົວຮຸນແຮງທີ່ໄດ້ເສຍຊີວິດ, ທ້າວ ມູລລາ ຟາສລູລາ, ແລະ ຜູ້ບັນຊາກັນ
ທີ່ສຳຄັນຂອງລາວສີ່ຄົນ ໄດ້ເດີນທາງດ້ວຍລົດໃນແຂວງ ຄູນາ ຢູ່ເຂດຊາຍແດນຂອງ
ອັຟການິສຖານ ເມື່ອວັນທີ 13 ມິຖຸນາທີ່ຜ່ານມາ ເມື່ອລູກສອນໄຟທີ່ຍິງຈາກເຮືອບິນ
ບໍ່ມີຄົນຂັບ ຫຼື ໂດຣນ, ໄດ້ຕົກຖືກລົດຂອງພວກເຂົາ ໃນເວລາໃກ້ຈະຮອດທ່ຽງຄືນ.

ໃນຖະແຫຼງການສະບັບນຶ່ງທີ່ໄດ້ປະກາດໃນວັນເສົາວານນີ້, ພວກຫົວຮຸນແຮງ ເທຣີກ-
ອີ-ຕາລີບານ ຫຼື TTP, ປົກກະຕິຈະເອີ້ນວ່າ ຕາລີບານ ປາກິສຖານ, ໄດ້ເວົ້າວ່າ ສະ
ພາການນຳຂອງພວກເຂົາ ໄດ້ແຕ່ງຕັ້ງທ້າວ ມຸຟຕີ ນົວ ວາລີ ເມຊຸດ ເປັນຫົວໜ້າຄົນ
ໃໝ່ຂອງກຸ່ມ ແລະ ທ້າວ ມຸຟຕີ ມາຊາຮິມ ເປັນຮອງຂອງລາວ.

ກຸ່ມຫົວຮຸນແຮງໄດ້ຍົກຍ້ອງໜ້າທີ່ຂອງທ້າວ ຟາສລູລາ ທີ່ໄດ້ຕາຍໄປນັ້ນສຳລັບກຸ່ມ
TTP ວ່າ ລາວໄດ້ “ສ້າງບັນຫາທີ່ເຈັບຫົວ ໃຫ້ພວກຂ້າທາດຂອງ ອາເມຣິກາ ໃນ
ປາກິສຖານ ແລະ ອັຟການິສຖານ.”

ສອງວັນຫຼັງຈາກ ສະຫະລັດ ໄດ້ຢືນຢັນການໂຈມຕີໂດຍເຮືອບິນບໍ່ມີຄົນຂັບນັ້ນ, ປະ
ທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ ໄດ້ແຈ້ງໃຫ້ປະເທດ ປາກິສຖານ
ທີ່ຕັ້ງຢູ່ໃກ້ຄຽງເຂົາເຈົ້ານັ້ນວ່າ ຜູ້ຊາຍທີ່ຕ້ອງການຕົວທີ່ສຸດຂອງເຂົາເຈົ້າໄດ້ຖືກກຳຈັດ
ໄປແລ້ວ.

ກະຊວງການຕ່າງປະເທດ ປາກິສຖານ ໃນວັນພະຫັດທີ່ຜ່ານມາ ກໍໄດ້ໃຫ້ການຢືນຢັນ
ກ່ຽວກັບ ການຕາຍ ຂອງຫົວໜ້າກຸ່ມກໍ່ການຮ້າຍນັ້ນ, ໂດຍອະທິບາຍມັນວ່າ “ເປັນ
ຄວາມກ້າວໜ້າທີ່ສຳຄັນໃນການຕໍ່ສູ້ກັບລັດທິກໍ່ການຮ້າຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG