ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລີບັນ ໃນປາກິສຖານ ປະກາດຢຸດຍິງ ເພື່ອຮື້ຟື້ນ ການເຈລະຈາ ສັນຕິພາບຄືນ


ຕຳຫຼວດຢືນຍາມ ຢູ່ຂ້າງນອກຕຶກ Khyber Pakhtunkhwa House, ບ່ອນທີ່ກຸ່ມຕາລີບັນແລະຝ່າຍລັດຖະບານ ທ ໍ າການ ເຈລະຈາກັນມາກ່ອນ,
ວັນທີ 6 ກຸມພາ, 2014.
ຕຳຫຼວດຢືນຍາມ ຢູ່ຂ້າງນອກຕຶກ Khyber Pakhtunkhwa House, ບ່ອນທີ່ກຸ່ມຕາລີບັນແລະຝ່າຍລັດຖະບານ ທ ໍ າການ ເຈລະຈາກັນມາກ່ອນ, ວັນທີ 6 ກຸມພາ, 2014.
ກຸ່ມ​ຕາ​ລີ​ບັນໃນປາ​ກິ​ສຖານ ກ່າວ​ວ່າ ຕົນ​ຈະ​ປະຕິບັດການ​
ຢຸດ​ຍິງ​ ເປັນ​ເວລາ​ນຶ່ງ​ເດືອນ ​ເພື່ອ​ໃຫ້ການ​ເຈລະຈາ​ສັນຕິ
ພາບ​ກັບ​ຝ່າຍ​ລັດຖະບານ​ ດຳເນີນ​ຕໍ່​ໄປ​ໄດ້.

ນາຍ Shahidullah Shahid ​ໂຄສົກ​ກຸ່ມ​ຕາ​ລີ​ບັນ ປະກາດ​
ໃຫ້​ຊາບ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຄະນະ​ນຳພາ​ຂັ້ນອາວຸ​ໂສ​ຂອງ​
ມ​ ​ໄດ້​ອອກ​ຄຳ​ສັ່ງ​ໄປ​ຍັງ​ພວກ​ສາຂາ​ຂອງ​ຕົນ​ທັງ​ໝົດ​ໃຫ້​ປະຕິ
ບັດ​ຕາມ​ການຢຸດ​ຍິງ​ດັ່ງກ່າວ. ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ ອ້າງ​ເຖິງ
“​ຄຳ​ຕອບ​ໃນ​ທາງ​ບວກ​ຂອງ​ຝ່າຍ​ລັດຖະບານ” ຕໍ່​ “ຂໍ້​ສະ​ເໜີ​
ຕ່າງໆຂອງ​ຕົນ”
​ວ່າ ​ເປັນ​ເຫດຜົນ​ທີ່​ພາ​ໃຫ້​ພວກ​ຕົນຢຸດຍິງນັ້ນ.

ພວກ​ນັກ​ເຈລະຈາ​ສັນຕິພາບ​ຝ່າຍ​ລັດຖະບານ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີນຳ​ຄຳ​ປະກາດ​
ດັ່ງກ່າວ​ວ່າ ​ເປັນ “​ເຫດການ​ຜັນ​ຂະຫຍາຍ​ໄປ​ໃນທາງ​ກ້າວໜ້າ”.

ຝ່າຍ​ລັດຖະບານ​ໄດ້​ໂຈະຄວາມ​ພະຍາຍາມ​ທຳ​ການ​ເຈລະຈາ​ກັນ​ກ່ອນ​ໜ້າ​ນັ້ນ ​ເວລາ​ພວກ​ກະບົດ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ກ່າວ​ວ່າ ພວກ​ເຂົາ​ໄດ້​ສັງຫານ​ທະຫານປາ​
ກິ​ສຖານ 23 ຄົນ​.

ກຳລັງ​ຝ່າຍ​ລັດຖະບານ​ໄດ້​ທຳ​ການ​ໂຈມ​ຕີ​ຢ່າງ​ໜັກ​ໃສ່​ບ່ອນ​ທີ່​ສົງ​ໄສ​ວ່າ​ເປັນ​ບ່ອນ​ລີ້ຊ່ອນ​
ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ໂດຍ​ທາງ​ອາກາດ​ໃນ​ຫວ່າງ​ບໍ່​ເທົ່າໃດ​
ມື້​ຜ່ານ​ມາ​ນີ້. ແລະໄດ້​ມີ​ການ​ວິພາກ​ວິຈານ​ກັນ​ໃນ​ປາ​ກິ​ສຖານ ​ວ່າ​ນາຍົກລັດຖະມົນຕີ
Nawaz Sharif ​ໃກ້​ຈະ​ອອກ​ຄຳ​ສັ່ງ​ໃຫ້​ທຳ​ການ​ບຸກ​ໂຈມ​ຕີ​ທາງ​ທະຫານ​ ຢ່າງ​ຂະໜານ​ໃຫຍ່
​ຕໍ່​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ນັ້ນ.

ກຸ່ມ​ຕາ​ລີ​ບັນ​ປາ​ກິ​ສຖານ ຢາກ​ທຳ​ການ​ໂຄ່ນ​ລົ້ມ​ລັດຖະບານ ​ແລະ​ຢາກ​ສ້ງຕັ້ງ​ລັດຖະບານ​
ອິສລາມຫົວ​ແຂງ​ກະດ້າງຂອງ​ພວກ​ຕົນ​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ການ​ໂຈມ​ຕີ​ຫຼາຍໆ​ບັ້ນຂອງ
​ພວກ​ຫົວ​ຮຸນ​ແຮງ ​ໄດ້​ສັງຫານ​ປະຊາຊົນ​ປາ​ກິ​ສຖານ​ໄປ​ແລ້ວ​ ຫຼາຍ​ໝື່ນ​ຄົນ.
XS
SM
MD
LG