ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ໄດ້ເລີ່ມການຢ້ຽມຢາມປະເທດ
ເພື່ອນບ້ານ ອີຣ່ານ ຢ່າງເປັນທາງການ ເພື່ອການເຈລະຈາທີ່ມີກຳນົດເພັ່ງເລັງໃສ່ການ
ຂະຫຍາຍສາຍພົວພັນສອງຝ່າຍ, “ຕໍ່ສູ້ກັບລັດທິກໍ່ການຮ້າຍ, ແລະ ປ້ອງກັນເຂດຊາຍ
ແດນ,” ອີງຕາມການລາຍງານຂອງສື່ມວນຊົນລັດຖະບານ ອີຣ່ານ.
ການເດີນທາງສອງວັນໄດ້ເລີ່ມຂຶ້ນໃນວັນອາທິດວານນີ້ ພ້ອມກັບການຢຸດແວ່ເມືອງສັກ
ສິດ ມາຊຮັດ (Mashhad), ບ່ອນທີ່ທ່ານ ຄານ ຄາດວ່າຈະຢ້ຽມຢາມສານເຈົ້າ ອີມາມ
ເຣເຊ, ຜູ້ທີ່ເຄົາລົບບູຊາໂດຍຊາວມຸສລິມ ນິກາຍ ຊີໄອ.
ທ່ານ ຄານ ຄາດວ່າຈະເດີນທາງໄປນະຄອນຫຼວງ ເຕຫະຣ່ານ, ເພື່ອທຳການເຈລະຈາ
ກັບປະທານາທິບໍດີ ຮັສຊານ ໂຣຮານີ ແລະ ເຈົ້າໜ້າທີ່ລະດັບສູງຄົນອື່ນໆ, ອີງຕາມອົງ
ການຂ່າວ IRNA.
ການຢ້ຽມຢາມດັ່ງກ່າວໄດ້ມີຂຶ້ນນຶ່ງວັນ ຫຼັງຈາກ ປາກິສຖານ ໄດ້ຂໍໃຫ້ ອີຣ່ານ ເອົາມາດ
ຕະການກັບກຸ່ມກໍ່ການຮ້າຍ ທີ່ເຊື່ອວ່າເປັນຜູ້ຢູ່ເບື້ອງຫລັງການສັງຫານທະຫານ ປາກິສ
ຖານ 14 ຄົນໃນຕົ້ນເດືອນນີ້.
ລັດຖະມົນຕີການຕ່າງປະເທດທ່ານ ຊາ ເມມູດ ຄູເຣັສຊີ (Shah Mehmood Qureshi)
ໄດ້ກ່າວໃນວັນເສົາວານນີ້ວ່າ ພວກມືປືນທີ່ນຸ່ງຊຸດທະຫານ ໄດ້ໂຈມຕີລົດບັສຄັນນຶ່ງໃນ
ແຂວງ ບາລຸຈິສຖານ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດໃນວັນພະຫັດທີ່ຜ່ານ
ມາ, ສັງຫານເຈົ້າໜ້າທີ່ກອງທັບບົກ ປາກິສຖານ 14 ຄົນ.
ລັດຖະມົນຕີການຕ່າງປະເທດຂອງ ປາກິສຖານ ໄດ້ກ່າວໃນຈົດໝາຍສະບັບນຶ່ງທີ່ຂຽນ
ຫາລັດຖະບານ ອີຣ່ານ ວ່າ ພວກຄົນຮ້າຍມາຈາກພັນທະມິດຂອງສາມອົງການກໍ່ການ
ຮ້າຍ ບາລຸຈ໌ ທີ່ມີຖິ່ນຖານໃນປະເທດ ຢູ່ໃນອີຣ່ານ.
ທ່ານ ຄູເຣັສຊີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານ ຄານ ວ່າຈະຍົກບັນຫາດັ່ງກ່າວຂຶ້ນ
ມາລົມນຳບັນດາເຈົ້າໜ້າທີ່ ອີຣ່ານ.
ທ່ານ ຄູເຣັສຊີ ກ່າວວ່າ ທ່ານໄດ້ລົມກັບຄູ່ຮ່ວມຕຳແໜ່ງຈາກ ອີຣ່ານ, ທ່ານ ໂມຮຳມັດ
ຈາວາດ ຊາຣິຟ, ໃນວັນເສົາ ເພື່ອແລກປ່ຽນຂໍ້ມູນທີ່ຄົ້ນພົບໃນເບື້ອງຕົ້ນ ກ່ຽວກັບ ການ
ສອບສວນຂອງ ປາກິສຖານ ໃນການສັງຫານເຈົ້າໜ້າທີ່ຮັກສາຄວາມປອດໄພກັບທ່ານ.
ລັດຖະບານ ເຕຫະຣ່ານ ບໍ່ໄດ້ອອກມາຕອບໃນທັນທີທັນໃດ.
ອ່ານຂ່າວນີ້ຕື່ມເປັນພາສາ