ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫລວດປາກິສຖານ ສັງຫານ ຫົວໜ້າ ກຸ່ມຫົວ​ຮຸນ​ແຮງ


ຜູ້ນຳກຸ່ມກໍ່ການຮ້າຍ Lashkar-e-Jhangvi (LeJ) ທ້າວ Malik Ishaq ກ່າວໃນເວລາ ໃຫ້ສຳພາດ ກັບອົງການຂ່າວຣອຍເຕີ.
ຜູ້ນຳກຸ່ມກໍ່ການຮ້າຍ Lashkar-e-Jhangvi (LeJ) ທ້າວ Malik Ishaq ກ່າວໃນເວລາ ໃຫ້ສຳພາດ ກັບອົງການຂ່າວຣອຍເຕີ.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ຕຳຫລວດ​
ໄດ້​ສັງຫານ​ຜູ້ນຳ​ກຸ່ມຫົວຮຸນແຮງ ທີ່​ຖືກ​ກ່າວ​ຫາ​ວ່າ ຂ້າຊາວ
Shi’ites ຫລາຍ​ຮ້ອຍ​ຄົນຕາຍ.

ບັນດາ​ເຈົ້າ​ໜ້າ​ທີ່ ກຳລັງໄປ​ສົ່ງ ທ້າວ Malik Ishaq ​ໃນ​ຕອນ​ເຊົ້າ
​ວັນ​ພຸດ​ມື້​ນີ້ ​ເວລາ​ຂະ​ບວນລົດ​ໄດ້​ຖືກໂຈມ​ຕີ​ ຈາກກຸ່ມຜູ້​ຊາຍໃນ
​ເມືອງ Muzaffargarth.

ທ້າວ Ishaq ພ້ອມ​ດ້ວຍລູກຊາຍ​ສອງ​ຄົນ ​ແລະ​ຄົນ​ອື່ນໆອີກ 11
ຄົນ​ໄດ້​ເສຍ​ຊີວິດ ​ໃນ​ການຍິງຕໍ່ສູ້ກັບ​ຕຳ​ຫລວດ. ຕຳຫລວດ​ຫົກ​
ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ້າວ Ishaq ​ເປັນ​ຜູ້ນຳ​ກຸ່ມ Lashkar-e-Jhangvi (LeJ) ທີ່ເປັນ​ເຄືອຂ່າຍ​ຂອງກຸ່ມ​ກໍ່
​ການ​ຮ້າຍ al-Qaida ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ​ການ​ໂຈມ​ຕີ ຫລາຍ​ຄັ້ງ ຮວມ
ທັງ​ການວາງ​ລະ​ເບີດ​ສອງ​ຄັ້ງ​ໃນ​ເມືອງ Quetta ​ໃນ​ປີ 2013 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
​ເກືອບ 200 ຄົນ.

ກະຊວງ​ຕ່າງປະ​ເທດສະຫະລັດ ​ໄດ້ລະບຸວ່າທ້າວ Ishaq ​ເປັນ​ຜູ້​ກໍ່​ການ​ຮ້າຍ​ໃນ​ໂລກ​ເມື່ອ
​ປີ​ແລ້ວນີ້ ​ແລະ​ກ່າວ​ວ່າ ກຸ່ມ LeJ ແມ່ນສຳ​ນານ​ດ້ານ​ການ​ໂຈມ​ຕີ​ດ້ວຍ ອາວຸດ ​ແລະ​ການ
ວາງ​ລະ​ເບີດ ​ແລະ “​ຍອມຮັບວ່າ ຕົນເປັນຜູ້​ຮັບຜິດຊອບ ໃນ ການ​ສັງຫານ​ຫລາຍໆ​ຄັ້ງ ພວກຜູ້ນຳ​ສາສະໜາ Shia ​ແລະ​ກຸ່ມສັງຄົມພົນ​ລະ​ເຮືອນ ​ໃນ​ປາ​ກິ​ສຖານ.”

XS
SM
MD
LG