ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກປາກິສຖານ ເດີນທາງໄປຈີນ ສຳລັບ ກິລາໂອລິມປິກ ແລະການເຈລະຈາສອງຝ່າຍ


ນາຍົກລັດຖະມົນຕີປາກິສຖານ ອິມຣານ ຄານ ສະແດງທ່າທີ ໃນລະຫວ່າງການໃຫ້ສຳພາດກັບອົງການຂ່າວຣອຍເຕີສ໌ ໃນນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ເມື່ອວັນທີ 4 ມິຖຸນາ 2021.
ນາຍົກລັດຖະມົນຕີປາກິສຖານ ອິມຣານ ຄານ ສະແດງທ່າທີ ໃນລະຫວ່າງການໃຫ້ສຳພາດກັບອົງການຂ່າວຣອຍເຕີສ໌ ໃນນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ເມື່ອວັນທີ 4 ມິຖຸນາ 2021.

ນາຍົກລັດຖະມົນຕີປາກິສຖານ ອິມຣານ ຄານ ໄດ້ເດີນທາງໄປປະເທດຈີນ ໃນວັນພະຫັດວານນີ້ ເພື່ອເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວ ແລະພົບປະກັບບັນດາຜູ້ນ້ຳຂອງຈີນ ໃນການຮັດແໜ້ນສາຍສຳພັນທີ່ໃກ້ຊິດແບບດັ້ງເດີມ ລະຫວ່າງປະເທດທັງສອງ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າລັດຖະມົນຕີຜູ້ສຳຄັນຫຼາຍທ່ານ ທີ່ເດີນທາງຮ່ວມກັບທ່ານຄານ ໃນການຢ້ຽມຢາມປັກກິ່ງເປັນເວລາ 4 ວັນນີ້ ບ່ອນທີ່ມີການສົນທະນາຫາລືກັບປະທານປະເທດຈີນ ສີ ຈິ້ນຜິງ ແລະນາຍົກລັດຖະມົນຕີ ຫລີ ເກີຈຽງ ຈະເພັ່ງເລັງໃສ່ “ຄວາມເຂັ້ມແຂງກວ່າເກົ່າ” ໃນດ້ານເສດຖະກິດແລະການຮ່ວມມືທາງການຄ້າ ລວມເຖິງ ໂຄງການເສັ້ນທາງເສດຖະກິດ ຈີນ-ປາກິສຖານ ຫຼືທີ່ເອີ້ນຫຍໍ້ວ່າ CPEC ນັ້ນ.

ຈີນໄດ້ລົງທຶນໃນໂຄງການພື້ນຖານໂຄງລ່າງມູນຄ່າຫຼາຍພັນລ້ານໂດລາ ຢູ່ໃນປາກິສຖານ ພາຍໃຕ້ໂຄງການ CPEC ຊຶ່ງໄດ້ຮັບການຍົກຍ້ອງວ່າ ເປັນໂຄງການລິເລີ້ມທີ່ສຳຄັນສຸດຂອງປັກກິ່ງ ທີ່ຮ້ອງວ່າ ນຶ່ງແລວ​ທາງນຶ່ງເສັ້ນທາງ ຫຼື BRI ໂດຍສ້າງທາງ ສະຖານີພະລັງງານ ແລະໂຄງການພື້ນຖານໂຄງລ່າງອື່ນໆ ຢູ່ໃນປາກິສຖານ ປະເທດອື່ນໆໃນເອເຊຍ ແລະປະເທດໃນອາຟຣິກາ.

ໂຄງການ CPEC ແນໃສ່ເພື່ອເຊື່ອມຕໍ່ທ່າເຮື່ອເລິງ ກົວດາຣ Gwadar ໃນທະເລອາຣາເບຍຂອງປາກິສຖານທີ່ບໍລິຫານໂດຍຈີນ ກັບຂົງເຂດຊາຍແດນຕິດກັບຊິນຈຽງ ທາງພາກຕາເວັນຕົກ ທີ່ເປັນເຂດບໍ່ມີທາງອອກສູ່ທະເລນັ້ນ.

ບັນດາເຈົ້າໜ້າທີ່ໄດ້ກ່າວອີກວ່າ ພວກເພິ່ນຄາດວ່າ ການປຶກສາຫາລືໃນປັກກິ່ງ ຈະນຳໄປສູ່ການລົງທຶນຂອງຈີນໃນປາກິສຖານ ທີ່ມີບາດກ້າວ “ວ່ອງໄວຂຶ້ນຕື່ມອີກ.”

ລັດຖະມົນຕີກະຊວງການເງິນທ່ານຊາວຄາດ ທາຣິນ (Shaukat Tarin) ຜູ້ທີ່ເປັນພາກສ່ວນນຶ່ງ ຂອງຄະນະຜູ້ແທນຈາກປາກິສຖານ ສົ່ງຂໍ້ຄວາມເປັນສຽງບັນທຶກວີດີໂອ ວ່າ “ການເດີນທາງໄປຈີນ ແມ່ນສຳຄັນຫຼາຍ ສຳລັບພວກເຮົາ ທັງໃນດ້ານການເມືອງ ແລະເສດຖະກິດໂດຍສະເພາະ.”

ທ່ານທາຣິນ ກ່າວຕື່ມວ່າ “ພວກເຮົາກຳລັງຈະຂໍໃຫ້ຈີນ ຍົກຍ້າຍອຸດສາຫະກຳຂອງຈີນ ກໍຄື ໂຄງການ CPEC ໄປຍັງປາກິສຖານ ເພາະວ່າ ຕອນນີ້ເຂດເສດຖະກິດພິເສດ ແມ່ນພ້ອມແລ້ວ ແລະຖ້າທ່ານເຮັດເຊັ່ນນັ້ນ ມັນກໍຈະເປັນສະຖານະການທີ່ໄດ້ຮັບຜົນໂຫຍດຮ່ວມກັນ.”

ການເດີນທາງຢ້ຽມຢາມຂອງທ່ານຄານໃນຄັ້ງນີ້ ມີຂຶ້ນໃນຊ່ວງເວລາທີ່ເປັນປະ ຫວັດການໃນສາຍສຳພັນລະຫວ່າງສະຫະລັດກັບປະເທດຂອງຕົນນັ້ນ ມີທັງຂຶ້ນແລະລົງຄືກັບລົດໄຟເຫາະ ທີ່ໄດ້ກາຍເປັນຄວາມເຄັ່ງຕຶງເພີ້ມຂຶ້ນນັບມື້ ແລະປາກິສຖານ ພວມປະເຊີນກັບການທ້າທາຍທາງການທູດຂອງການຮັກສາຄວາມສົມດຸນ ລະຫວ່າງສາຍສຳພັນທີ່ເກົ່າແກ່ຫຼາຍທົດສະວັດ ກັບທັງສອງປະເທດມະຫາອຳນາດດັ່ງກ່າວ ທ່າມກາງຄວາມເຄັ່ງຕຶງລະຫວ່າງປັກກິ່ງແລະວໍຊິງຕັນ ທີ່ຮ້າຍແຮງຂຶ້ນເລື້ອຍໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG