ໃນປະຕິກິລິຍາ ຕໍ່ຄຳເຫັນຄັ້ງຫຼ້າສຸດ ຂອງນາຍົກລັດຖະມົນຕີປາກິສຖານ ກ່ຽວກັບ
ການຈັດຕັ້ງລັດຖະບານຊົ່ວຄາວຢູ່ໃນອັຟການິສຖານນັ້ນ ລັດຖະບານອັຟການິສຖານ
ໄດ້ຮຽກເອກອັກຄະລັດຖະທູດຂອງຕົນ ກັບຄືນປະເທດ ແລະຮຽກໂຕ ຮອງເອກອັກ
ຄະລັດຖະທູດຂອງປາກິສຖານ ປະຈຳອັຟການິສຖານ ເຂົ້າພົບເພື່ອ ຍື່ນການປະທ້ວງ
ຢ່າງເປັນທາງການ.
ທ່ານອາທີຟ ມາຊາລ ເອກອັກຄະລັດຖະທູດອັຟການິສຖານ ປະຈຳປາກິສຖານ ໄດ້
ກ່າວໃນທວີດເຕີ ເມື່ອວັນອັງຄານຜ່ານມານີ້ວ່າ “ຂ້າພະເຈົ້າຈະເດີນທາງໄປຍັງ
ນະຄອນ ຫຼວງກາບູລ ມື້ອື່ນ ຍ້ອນຂ້າພະເຈົ້າໄດ້ຖືກຮຽກໂຕ ໃຫ້ກັບຄືນປະເທດ
ໂດຍລັດຖະບານຂອງຂ້າພະເຈົ້າເພື່ອການປຶກສາຫາລື ແລະເປັນການປະທ້ວງ
ຕໍ່ຄຳເຫັນຂອງນາຍົກລັດຖະມົນຕີ ປາກິສຖານ ທີ່ກ່ຽວຂ້ອງກັບການຈັດຕັ້ງລັດຖະບານ
ຊົ່ວຄາວຊຸດໃໝ່ ຊຶ່ງເປັນທີ່ຈະແຈ້ງ ແມ່ນການພະຍາຍາມແຊກແຊງ ເຂົ້າໃນກິດຈະການ
ພາຍໃນຂອງອັຟການິສຖານ.”
ໃນການໂອ້ລົມກັບກຸ່ມບັນດານັກຂ່າວ ນາຍົກລັດຖະມົນຕີອິມຣານ ຄານ ມີລາຍງານ
ວ່າ ໄດ້ຮຽກຮ້ອງໃຫ້ຈັດຕັ້ງ “ລັດຖະບານຊົ່ວຄາວ ທີ່ເປັນກາງ” ໃນອັຟການິສຖານ
ເພື່ອຈະຊ່ອຍໃນການເຈລະຈາສັນຕິພາບ ທີ່ກຳລັງດຳເນີນໄປກັບພວກ ກະບົດ.
“ຂະບວນການສັນຕິພາບຂອງອັຟການິສຖານ ຈະສຳເລັດຜົນໄດ້ ຖ້າຫາກມີລັດຖະບານ
ຊົ່ວຄາວທີ່ເປັນກາງຊຶ່ງຈະສາມາດຈັດການເລືອກຕັ້ງທີ່ເສລີແລະໂປ່ງໃສໄດ້ ໂດຍການ
ມີສ່ວນຮ່ວມຂອງທຸກໆຝ່າຍທີ່ມີສ່ວນໄດ້ສ່ວນເສຍ” ນັ້ນແມ່ນ ຄຳເວົ້າຂອງທ່ານຄານ
ທີ່ໜັງສືພິມ Express Tribune Pakistani ສະບັບທີ່ ອອກໃນວັນອັງຄານ ໄດ້ອ້າງ
ອີງໃສ່ ໃນຂະນະທີ່ທ່ານໄດ້ກ່າວ ຕໍ່ກຸ່ມບັນດານັກ ຂ່າວ ຢູ່ໃນຫ້ອງການຂອງທ່ານ.
ສຳນັກງານ ກະຊວງການຕ່າງປະເທດຂອງປາກິສຖານ ໄດ້ກ່າວໃນວັນພຸດວານນີ້ວ່າ
ຄຳເຫັນຂອງ ທ່ານອິມຣານ ຄານ ໄດ້ຖືກຕີຄວາມໝາຍໄປໃນທາງ ບໍ່ຖືກ ກັບເຈດຕະນາ.
ສຳນັກງານນີ້ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ປາກິສຖານບໍ່ມີຜົນປະໂຫຍດ
ອື່ນໃດເລຍ ໃນອັຟການິສຖານ ມີແຕ່ຢາກສົ່ງເສີມສັນຕິພາບ ໂດຍຜ່ານ ຊາວອັຟກາ-
ນິສຖານ ທີ່ເປັນເຈົ້າຂອງ ແລະນຳພາໂດຍຊາວອັຟການິຖານ ໃນຂັ້ນຕອນດ້ານ
ການເມືອງ.”
ຖະແຫລງການໄດ້ກ່າວຕື່ມວ່າ ທ່ານນາຍົກລັດຖະມົນຕີພຽງແຕ່ອ້າງເຖິງ “ແບບຢ່າງ
ຂອງປາກິສຖານເທົ່ານັ້ນ ບ່ອນທີ່ການເລືອກຕັ້ງໄດ້ຖືກຈັດຂຶ້ນ ພາຍໃຕ້ລັດຖະບານ
ຊົ່ວຄາວ. ຄຳເຫັນດັ່ງກ່າວ ບໍ່ຄວນຖືກຕີຄວາມໝາຍ ໄປໃນທາງທີ່ຜິດ ເພື່ອໝາຍເຖິງ
ການແຊກແຊງ ເຂົ້າໃນກິດຈະການພາຍໃນຂອງອັຟການິສຖານ.”
ເຖິງຢ່າງນັ້ນກໍຕາມ ທ່ານ ເສັບກາດ ອາມາດີ ໂຄສົກຂອງລັດຖະມົນຕີກະຊວງການ
ຕ່າງປະເທດອັຟການິສຖານ ໄດ້ກ່າວວ່າ ຄວາມເຫັນຂອງທ່ານຄານກໍບໍ່ໄດ້ ຖືກຕີ
ຄວາມໝາຍນອກເໜືອຈາກເຈດຕະນາ ແລະຖືວ່າ ເປັນການກະທຳທີ່ຈະແຈ້ງຂອງ
ການແຊກແຊງ.