ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນປາກິສຖານ ເກີດອຸບັດເຫດຕົກ ເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນ 47 ຄົນ ເສຍຊີວິດ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງສະໜາມບິນ ຊີ້ແນະທິດທາງ ໃຫ້ແກ່ຄົນຂັບຂີ່ລົດຈັກ ຢູ່ທາງເຂົ້າສະໜາມບິນ ສາກົນ Benazir Bhutto ໃນນະຄອນຫຼວງ Islamabad, ປະເທດປາກິສຖານ, ວັນທີ 7 ທັນວາ 2016.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງສະໜາມບິນ ຊີ້ແນະທິດທາງ ໃຫ້ແກ່ຄົນຂັບຂີ່ລົດຈັກ ຢູ່ທາງເຂົ້າສະໜາມບິນ ສາກົນ Benazir Bhutto ໃນນະຄອນຫຼວງ Islamabad, ປະເທດປາກິສຖານ, ວັນທີ 7 ທັນວາ 2016.

ເຮືອບິນຂອງປາກິສຖານ ລຳໜຶ່ງ ໄດ້ເກີດອຸບັດເຫດຕົກ ໃນຂະນະທີ່ເດີນທາງ ຈາກ
ເມືອງ Chitral ທາງພາກເໜືອຂອງ​ປະ​ເທດ ໄປຍັງນະຄອນຫຼວງ Islamabad ໃນ ວັນພຸດວານນີ້ ເຮັດໃຫ້ທັງໝົດ 47 ຄົນ ຢູ່ເທິງເຮືອບິນເສຍຊີວິດ.

ຖ້ຽວບິນ 661 ຂອງສາຍການບິນລະຫວ່າງ​ປະ​ເທດ​ປາ​ກິ​ສຖານ ຫຼື PIA ໄດ້​ເກີດ
​ອຸບັດ​ເຫດ​ຕົກລົງ ຢູ່ໃນບໍລິເວນເຂດພູຜາ ທີ່ີຢູ່ຫ່າງໄກສອກຫລີກ ໃກ້ກັບເມືອງ
Havelian ກ່ອນທີ່ຈະລະເບີດຂຶ້ນເປັນແປວໄຟ ດັ່ງທີ່ພວກເຫັນເຫດການ ແລະ ຕຳຫຼວດແຂວງ ໄດ້ກ່າວນັ້ນ.

ມີຜູ້ໂດຍສານ 42 ຄົນ ແລະ ພະນັກງານປະຈຳ 5 ຄົນ ຢູ່ເທິງເຮືອບິນໃບພັດເທີໂບ
ລຸ້ນ ATR-42. ສົບຂອງຜູ້ເສຍຊີວິດທັງໝົດ ໄດ້ຖືກເກັບກູ້ມາໄດ້ແລ້ວ.

ສາຍການບິນດັ່ງກ່າວ ​ໃນ​ເວລາ​ຕໍ່ມາ ໄດ້ນຳເອົາບັນຊີລາຍຊື່ຂອງຜູ້ໂດຍສານ ​ພິມ​ເຜີຍ​ແຜ່ລົງ ໃນເວັບໄຊຂອງຕົນ.

ປະທານຂອງບໍລິສັດສາຍການບິນ PIA ທ່ານ Azam Sehgal ໄດ້ກ່າວວ່າ ກ່ອນທີ່ ເຮືອບິນ ຈະຫາຍໄປຈາກເຣດາ ນັກບິນໄດ້ແຈ້ງໃຫ້ຫໍຄວບຄຸມການບິນ ຊາບວ່າ ເຄື່ອງ ຈັກໜ່ວຍໜຶ່ງ ໄດ້ຢຸດທຳງານ. ທ່ານ Sehgal ໄດ້ກ່າວຕື່ມວ່າ ການສືບສວນສອບສວນ ໄດ້ເລີ່ມຕົ້ນຂຶ້ນແລ້ວ.

ພວກທີ່ເຫັນເຫດການ ໄດ້ກ່າວວ່າ ສົບຂອງຜູ້ເສຍຊີວິດສ່ວນໃຫຍ່ ຖືກໄຟເຜົາຈົນ ບໍ່ສາມາດເບິ່ງອອກໄດ້ ແລະ ບັນດາເຈົ້າໜ້າທີ່ ໄດ້ດຳເນີນການກວດສອບ DNA ເພື່ອລະບຸວ່າສົບ​ເປັນ​ຂອງ​ໃຜ ກ່ອນທີ່ຈະມອບໃຫ້ຄອບຄົວ ຂອງພວກເຂົາເຈົ້າ.

ໂຄສົກຂອງກອງທັບ ທ່ານໜຶ່ງ ໄດ້ກ່າວວ່າ ພວກທະຫານ ແລະ ພວກເຮືອບິນ ເຮລິຄອບເຕີ ຂອງຕົນໄດ້ຊ່ອຍເຫຼືອໃນພາລະກິດການເກັບກູ້.

ນັກຮ້ອງຊາວປາກິສຖານ ທີ່ມີຊື່ສຽງໂດ່ງດັງ ທ້າວ Junaid Jamshed ຜູ້ທີ່ໄດ້ຫັນ
ປ່ຽນໄປເປັນ ນັກເທດ ແລະ ນັກທຸລະກິດ ພ້ອມກັບພັນລະຍາ ຂອງລາວ ແມ່ນລວມ ຢູ່ໃນບັນດາຜູ້ໂດຍສານ ຊຶ່ງທາງຄອບຄົວຂອງລາວ ແລະ ບັນດາເຈົ້າໜ້າທີ່ ຂອງສາຍ​ການບິນ PIA ໄດ້ຢັ້ງຢືນ. ບັນດາເຈົ້າໜ້າທີ່ ຍັງກ່າວອີກວ່າ ມີຊາວຕ່າງຊາດ 3 ຄົນ ​ເດີນທາງ​ໄປ​ນຳ​ເຮືອບິນ​ລຳ​ນີ້ ​ໃນ​ນັ້ນ​ແມ່ນເປັນຄົນຈີນຜູ້ນຶ່ງ ແລະໄດ້ກ່າວວ່າ ມີຊາວ ອອສເຕຣເລຍສອງຄົນ ຢູ່ໃນຖ້ຽວບິນດັ່ງກ່າວດ້ວຍ.

ຊົມພາບວີດີໂອ ຈຸດເກີດອຸບັດເຫດ ເຮືອບິນຕົກ ຂອງຜູ້ເຫັນເຫດການ

Scene of Pakistan Plane Crash
please wait

No media source currently available

0:00 0:00:37 0:00
ລິງໂດຍກົງ

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG