ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາ​ກິ​ສຖານ ປະທະກັບ ກຸ່ມ​ຫົວ​ຮຸນ​ແຮງ ຢູ່ສະໜາມບິນ ອີກຄັ້ງນຶ່ງ (ສະໄລດ໌/ວີດີໂອ)


Pakistan Airport Attack CNPK
please wait

No media source currently available

0:00 0:03:39 0:00
ເຈົ້າ​ໜ້າ​ທີ່ ປາ​ກິ​ສຖານ ກ່າວ​ວ່າ ມື​ປືນ 2 ຄົນ​ທີ່​ຂີ່​ລົດຈັກ​ຍິງ​ປືນ
​ສາດ​ເຂົ້າ​ໃສ່ ​ໃກ້ໆ​ສະໜາມ​ບິນ​ນາໆ​ຊາດ ນະຄອນ Karachi
​ໃນ​ວັນ​ອັງຄານ​ມື້​ນີ້ 2 ມື້​ຫລັງ​ຈາກ​ທີ່​ໄດ້​ມີ​ການ​ໂຈມ​ຕີ​ສະໜາມ​ບິນ
​ດັ່ງກ່າວ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ຢ່າງ​ນ້ອຍ 35 ຄົນ​ເສຍ​ຊີວິດ.

ພວກ​ມື​ປືນ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ສະຖານ​ທີ່​ຝຶກ​ແອບ ກອງ​ກຳລັງ​
ຮັກສາ​ຄວາມ​ປອດ​ໄພ​ສະໜາມ​ບິນ ​ແຕ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ
ພວກ​ມື​ປືນ​ໄດ້​ຫລົບໜີ​ໄປ ຫລັງ​ຈາກ​ກອງ​ກຳລັງ​ຮັກສາ​ຄວາມ
​ປອດ​ໄພ ​ໄດ້​ຍິງ​ໂຕ້​ຕອບ.

ກຸ່ມ​ຕາ​ລິ​ບັນ​ປາ​ກິ​ສຖານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ ທີ່​ພາ​ໃຫ້​ເຈົ້າ​ໜ້າ​ທີ່​ຕ້ອງ​ປິດສະໜາ​ມບິນ​ໃນ​ເວລາ​ຕໍ່​ມາ​ເປັນ​ເວລາ​ສັ້ນໆ ຄື​ກັນ​ກັບ​ທີ່​ພວກ​ເຂົ​ເຈົ້າ​ໄດ້​ກະທຳ​ໃຈ​ການ​ໂຕມຕີ ​ເມື່ອ​ແລງ​ວັນ​ອາທິດ​ຜ່ານ​ມາ​ນີ້.

ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ ຍັງ​ໄດ້​ອ້າງ​ເອົາ​ຄວາມຮັບຜິດຊອບ ​ໃນ​ການ​ໂຈມຕີ​ໃນ​ວັນ​ອາທິດ
ຜ່ານ​ມາ​ນີ້.

​ໃນ​ວັນ​ອັງຄານ​ມື້​ນີ້ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປາ​ກິ​ສຖານທ່ານ Nisar Ali Khan ​ໄດ້​ກ່າວ​ວ່າ ພວກ​ໂຈມຕີ​ໃນ​ວັນ​ອາທິດ​ແລ້ວ​ນີ້ ​ແມ່ນ​ມີ​ປືນ​ຍິງ​ຈະ​ຫລວດ​ໝາກປີ ​ແລະ​ຍິງ​ລະ​ເບີດ​ມື​ນຳ​ດ້ວຍ.

ທ່ານ​ໄດ້​ບອກ​ກັບ ຄະນະ​ສະພາ​ແຫ່ງ​ຊາດ​ວ່າ ພວກ​ໂຈມ​ຕີ​ໄດ້ພະຍາຍາມ​ທີ່​ຈະ​ທຳລາຍ​ເຮືອບິນ​ແຕ່​ໄດ້​ຖືກ​ປ້ອງ​ກັນ​ໄວ້ ຈາກ​ກອງ​ກຳລັງ​ປ້ອງ​ກັນ​ສະໜາມ​ບິນ ທີ່​ໄດ້​ເສຍ​ສະລະ​ຊີ
ວິດ​ເຂົາ​ເຈົ້າ “ເພື່ອ​ຮັກສາ​ຊັບ​ສົມບັດ​ຂອງ​ປະ​ເທດ.”

ລັດຖະມົນຕີ​ກະຊວງ​ພາຍ​ໃນ ຍັງ​ໄດ້​ກ່າວວ່າ ພວກ​ໂຈມ​ຕີທີ່​ວ່າ​ນີ້ໄດ້​ນຳ​ເອົາ​ອາຫານ​ຈຳ
ນວນ​ຫລວງຫລາຍ ​ແລະ​ຢຸກຢາ​ມາ​ພ້ອມ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ພວກ​ເຂົາ​ຕຽມ​ການຈະ​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ຈັບ​ຕົວ​ປະກັນ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ມື​ປືນ 10 ຄົນ ​ແມ່ນ​ຮວມຢູ​ໃນ​ພວກ​ທີ່​ຖືກ​ຍິງ​ຕາຍ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ຊຶ່ງ​ຮວມທັງ​ພະນັກງານ 7 ຄົນ​ນຳ ຊຶ່ງ​ໄດ້​ພົບ​ສົບ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ວັນ​ອັງຄານ​ມື້​ນີ້ິ ​ໃນ​ຫ້ອງ​ເຢັນ​ເກັບ​ເຄຶ່ອງ.

ຄະນະ​ສອບ​ສວນ​ສືບສວນ​ ກ່າວ​ວ່າ ສົບ​ຂອງ​ພະນັກງານ​ບໍລິສັດ​ຂົນ​ສົ່ງ​ນັ້ນ​ໄດ້​ຖືກ​ເຜົາ​ໄໝ້​ຈົນ​ເບິ່ງ​ບໍ່​ອອກ​ວ່າ​ແມ່ນຜູ້ໃດ. ພວກ​ພະນັກງານ​ໄດ້​ພາກັນ​ໄປ​ລີ້ ​ໃນ​ສະຖານ​ທີ່​ເກັບ​ຂອງ​ ແຕ່​ໄດ້​ຖືກ​ໄຟ​ໄໝ້ ​ໃນ​ຂະນະ​ທີ່​ພວກ​ມື​ປືນ​ໂຈມ​ຕີມນສະໜາມ​ບິນ.

​ໃນ​ເຫດການອຶ່ນອີກ ກອງກຳລັງ​ປາ​ກິ​ສຖານ ​ໄດ້​ທຳການ​ໂຈມ​ຕີ ທາງ​ອາກາດ​ຢ່າງ​ຕໍ່​ເນຶ່ອງ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ແນ​ເປົ້າ​ໝາຍໃສ່​ພວກ​ທີ່​ສົງ​ໄສ​ວ່າ ​ເປັນ​ພວກ​ຫົວ​ຮຸນແຮງ​ໃນ​ຂົງ​ເຂດ Khyber ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ. ກອງ​ທັບ​ກ່າວ​ວ່າ ຢ່າງ​ນ້ອຍ​ມີ​ພວກ​ກໍ່​ການ​ຮ້າຍ 25 ຄົນ​ໄດ້​ຖືກ​ຂ້າ​ຕາຍ.
XS
SM
MD
LG