ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຫົວຮຸນແຮງ ປາກິສຖານ ສັງຫານ ທະຫານ ຊາຍແດນ ອີຣ່ານ 10 ຄົນ


ທະຫານຊາຍແດນ ຂອງອີຣ່ານ ກຳລັງລາດຕະເວນ ຢູ່ໃກ້ເຂດເມືອງ Taibad ທາງພາກຕາເວັນອອກຂອງອີຣ່ານ, ວັນທີ 1 ມິຖຸນາ 2014.
ທະຫານຊາຍແດນ ຂອງອີຣ່ານ ກຳລັງລາດຕະເວນ ຢູ່ໃກ້ເຂດເມືອງ Taibad ທາງພາກຕາເວັນອອກຂອງອີຣ່ານ, ວັນທີ 1 ມິຖຸນາ 2014.

ສື່ມວນຊົນຂອງທາງການອີຣ່ານ ກ່າວວ່າ ທະຫານຍາມຊາຍແດນຂອງອີຣ່ານ 10 ຄົນ
ໄດ້ຖືກສັງຫານ ແລະ ອີກ 3 ຄົນ ໄດ້ຮັບບາດເຈັບ ໃນ “ການໂຈມຕີກໍ່ການຮ້າຍ” ທີ່
ມາຈາກ​ເຂດປະເທດປາກິສຖານ.

ພວກທະຫານຍາມຊາຍແດນ ດັ່ງກ່າວ ໄດ້ທຳການລາດຕະເວນ ຢູ່ໃນເຂດເມືອງ
Mirjaveh ແຂວງ Sistan-Baluchestan ຢູ່ທາງພາກຕາເວັນອອກ ສຽງໃຕ້
ຂອງອີຣ່ານ.

ລາຍງານກ່າວວ່າ ກຸ່ມຫົວຮຸນແຮງ ທີ່ມີຊື່ວ່າ Jaish-ul-Adl ຫຼືວ່າ ກອງທັບເພື່ອຄວາມ
ເປັນທຳ ໄດ້ອ້າງເອົາຄວາມຮັບຜິດຊອບ.

ແຂວງ Sistan-Baluchestan ໄດ້ປະສົບກັບຄວາມບໍ່ສະຫງົບ ມາໄດ້ດົນນານແລ້ວ
ຈາກທັງ ພວກແກ້ງລັກລອບຄ້າຢາເສບຕິດ ແລະ ພວກຫົວຮຸນແຮງແບ່ງແຍກດິນແດນ.
ປະຊາຊົນຂອງແຂວງດັ່ງກ່າວ ສ່ວນໃຫຍ່ແລ້ວ ແມ່ນພວກຊາວມຸສລິມນີີກາຍ​ຊຸນ​ນີ
ແຕ່ສ່ວນ​ໃຫຍ່ ຂອງປະຊາ​ຊົນອີຣ່ານ ແມ່ນພວກຊາວຊີໄອ.

ທະຫານຍາມຊາຍແດນ ຂອງອີຣ່ານ 8 ຄົນ ໄດ້ຖືກຂ້າຕາຍ ໃນການປະທະກັນ ກັບ
ພວກກະບົດຊຸນ​ນີ ໃນປີ 2015. ສອງປີກ່ອນ ກຸ່ມຫົວຮຸນແຮງ Jaish-ul-Adl ໄດ້
ສັງຫານ ທະຫານຍາມຊາຍແດນ 14 ຄົນ ໃນການບຸກໂຈມຕີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG