ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ປາ​ກິ​ສ​ຖານ ເຄື່ອນ​ໄຫວ​ຕ້ານ ການ​ຄ້າມະ​ນຸດ ຈາກ​ການ​ເປັນ​ພໍ່​ສື່​ແມ່​ສື່


ຍິງສາວ​ປາ​ກິ​ສ​ຖານ​ຄົນ​ນຶ່ງ ​ທີ່​ລົບ​ໜີ​ຈາກ​ການ​ບັງ​ຄັບ​ໃຫ້​ແຕ່ງ​ງານ ກ່າວ​ຕໍ່ ບັນ​ດາ​ນັກ​ຂ່າວ.
ຍິງສາວ​ປາ​ກິ​ສ​ຖານ​ຄົນ​ນຶ່ງ ​ທີ່​ລົບ​ໜີ​ຈາກ​ການ​ບັງ​ຄັບ​ໃຫ້​ແຕ່ງ​ງານ ກ່າວ​ຕໍ່ ບັນ​ດາ​ນັກ​ຂ່າວ.

ສື່​ມວນ​ຊົນ ປາ​ກິ​ສ​ຖານ​ ໄດ້ລາຍ​ງານ​ວ່າ ພວກ​ຄ້າ​ມະ​ນຸດ ​ຈີນ ກຳ​ລັງ​ປະ​ຕິ​ບັດ​ງານເປັນ
ສູນ​ກາງ​ພໍ່​ສື່​ແມ່ສື່ໃນ ​ປາ​ກິ​ສ​ຖານ ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ກ່າວ​ຫາ​ລໍ້​ລວງ ເອົາ​ພວກ​ແມ່​ຍິງ​
ຈາກ ບັນ​ດາ​ຄອບ​ຄົວ​ທີ່​ທຸກ​ຍາກ,​ ເຮັດ​ການ​ແຕ່ງ​ງານ​ປອມ ກ່ອນ​ນຳ​ພາ​ເຂົາ​ເຈົ້າ ແລະ​
ບັງ​ຄັບ​ເຂົາ​ເຈົ້າ​ເປັນ​ໂສ​ເພ​ນີ ຫຼື​ແມ່ນ​ແຕ່​ຂ​າຍ​ອະ​ໄວ​ຍາ​ວະ​ຂອງເຂົາ​ເຈົ້າ​ຢູ່​ໃນ​ປະ​ເທດຈີນ.

ກາ​ນ​ເປີດ​ເຜີຍດັ່ງ​ກ່າວ ​ໄດ້​ເຮັດ​ໃຫ້​ສະ​ຖານ​ທູດ​ ຈີນ​ ຢູ່​ໃນ​ນະ​ຄອນຫຼວງ ​ອິ​ສ​ລາ​ມາ​ບັ​ດ
ອອກ​ມາ​ຕອບ​ໂຕ້​ໃນ​ວັນ​ເສົາ​ວານ​ນີ້ ເວົ້າ​ວ່າ​ທຸ​ລະ​ກິດ​ດັ່ງ​ກ່າວ​ໄດ້​ຖືກ​ຫ້າມ​ຢ່າງ​ເຄັ່ງ​ຄັດ
ພາຍ​ໃຕ້​ກົດ​ໝາຍ​ຈີນ ແລະ​ ປະ​ກາດ​ທີ່​ຈະ​ທັບ​ມ້າງໃນ​ການ​ຮ່ວມ​ມື​ກັບ​ພວກ​ເຈົ້າ​ໜ້​າທີ່​
ປາ​ກິ​ສ​ຖານ ກ່ຽວກັບ ການ​ປະ​ຕິ​ບັດ​ທີ່​ຜິດກົດ​ໝາຍ ຜ່ານ​ການເປັນ​ພໍ່​ສື່​ແມ່​ສື່​ຂ້າມ​
ຊາຍ​ແດນ.

ຈຳ​ນວນ​ນັກ​ທ່ອງ​ທ່ຽວ ​ຈີນ ​ທີ່​ເຂົ້າ​ມາ​ຢ້ຽມ​ຢາມ​ປະ​ເທດ​ເພື່ອນ​ບ້ານ​ປາ​ກິ​ສ​ຖານ ນັ້ນໄດ້
​ເພີ້ມ​ຂຶ້ນ​ຢ່າງຫຼວງຫຼາຍ ນັບ​ແຕ່​ໄດ້​ເລີ້ມ​ມີ​ການ​ລົງ​ນາມ​ ເສດ​ຖະ​ກິດ​ຫຼາຍ​ພັນ​ລ້ານ​ໂດ​ລາ
ສອງ​ຝ່າຍ (CPEC) ເມື່ອ​ຫ້າ​ປີ​ກ່ອນ. ໂຄງ​ການ​ທົດ​ລອງຂະ​ໜາດ​ໃຫຍ່ ຂອງ​ໂຄງ​ການ
​ນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ ຂອງ​ປັກ​ກິ່ງ ໄດ້​ນຳ​ເອົາ​ການ​ລົງ​ທຶນ 19 ພັນ​ລ້ານ​ໂດ​ລາຂອງ
ຈີນ ທີ່​ມີ​ຄວາມ​ຕັ້ງ​ການ​ເປັນ​ຢ່າງ​ສູງ ແບບບໍ່​ເຄີຍມີ​ມາ​ກ່ອນສູ່ ​ປາ​ກິ​ສ​ຖານ.

ພວກ​ເຈົ້າ​ສາວ​ປາ​ກິ​ສ​ຖານ ພາ​ກັນ​ເຂົ້າ​ຮ່ວມ​ການ​ແຕ່ງ​ງານໝູ່ ຢູ​ໃນ​ເມືອງ​ກາ​ຣາ​ຈີ.
ພວກ​ເຈົ້າ​ສາວ​ປາ​ກິ​ສ​ຖານ ພາ​ກັນ​ເຂົ້າ​ຮ່ວມ​ການ​ແຕ່ງ​ງານໝູ່ ຢູ​ໃນ​ເມືອງ​ກາ​ຣາ​ຈີ.

ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ແຕ່ງ​ງານ​ປອມ ລະ​ຫວ່າງ​ພວກ​ຜູ້​ຊາຍ​ ຈີນ ແລະ​ພວກ​ແມ່​ຍິງ
​ປາ​ກິ​ສ​ຖານ ໄດ້​ປາ​ກົດ​ຢູ່​ສື່ມວນ​ຊົນ​ທ້ອງ​ຖິ່ນຢ່າງ​ເປັນ​ປະ​ຈຳ ​ໄດ້ເຮັດ​ໃຫ້​ບັນ​ດາ​ສະ​ມາ​ຊິກ
​ສະ​ພາ ​ໂຕ້​ຖຽງກັນ​ເຖິງ​ບັນ​ຫາ​ດັ່ງ​ກ່າວ ແລະ​ຮຽ​ກ​ຮ້ອງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ສັງ​ເກດ​ເບິ່ງ ​
ການ​ປະ​ຕິ​ບັດທີ່​ຜິດ​ກົ​ດ​ໝາຍນັ້​ນ.

ປະ​ຕິ​ກິ​ລິ​ຍາ​ຂອງ​ສະ​ຖານ​ທູດ​ ຈີນ ​ໄດ້​ມີ​ຂຶ້ນ​ນຶ່​ງ​ມື້ ​ຫຼັງ​ຈາກສະ​ຖາ​ນີໂທ​ລະ​ພາບເອ​ກະ​ຊົນ​
ທີ່​ມີ​ຊື່​ສ​ຽງແຫ່ງ​ນຶ່ງ​ໄດ້ອອກ​ອາ​ກາດຮູບ​ພາບຂອງ​ພວກ​ຜູ້​ຊາຍ​ຈີນ ພ້ອມ​ດ້ວ​ຍ ພວກ​ແມ່​ຍິງ​
ທ້ອງ​ຖິ່ນ​ຫົກ​ຄົນ ຢູ່​ໃນ​ຫ້​ອງ​ຕ່າງ​ກັນ ຮວມ​ທັງ​ເດັກ​ຍິງ​ຊາວ​ໜຸ່ມ​ສອງ​ຄົນ ຢູ່​ສູນ​ພໍ່​ສື່​ແມ່​ສື່ ​ທີ່
​ຜິດ​ກົດ​ໝາຍ​ໃນ​ເມືອງ​ລາ​ຮໍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG