ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ແທນ ປາກິສຖານ ຮັບຜ່ານ ແຜນທະຫານ ທີ່ຈະຕັ້ງສານ ດຳເນີນຄະດີ ກໍ່ການຮ້າຍ


ບັນດາຜູ້ສະໜັບສະໜູນ ຈາກກຸ່ມສັງຄົມພົນລະເຮືອນປາກິສ ຖານ ເດີນຂະບວນປະທ້ວງຕ້ານພວກທາລິບານ ແລະພວກຫົວຮຸນແຮງ.
ບັນດາຜູ້ສະໜັບສະໜູນ ຈາກກຸ່ມສັງຄົມພົນລະເຮືອນປາກິສ ຖານ ເດີນຂະບວນປະທ້ວງຕ້ານພວກທາລິບານ ແລະພວກຫົວຮຸນແຮງ.

ບັນດາ​ຜູ້​ແທນ​ສະພາ ປາ​ກິ​ສຖານ ​ໄດ້​ຮັບ​ຜ່ານ​ບົດດັດແປງ ລັດ
ຖະທຳ​ມະນູນ ສະບັບນຶ່ງ ທີ່​ຈະ​ອະນຸຍາດ​ໃຫ້ ທະຫານ​ຈັດ​ຕັ້ງ​
ສານ ​ເພື່ອ​ດຳ​ເນີນ​ຄະດີການກໍ່​ການ​ຮ້າຍ​ເປັນ​ເວລາ​ສອງ​ປີ.

ສະພາ​ຕໍ່າ ​ໄດ້​ໃຫ້ການອະນຸມັດຢ່າງ​ຖ້ວມ​ລົ້ນຕໍ່​ມາດ​ຕະການ​ດັ່ງ
ກ່າວໃນ​ວັນ​ອັງ ຄານ​ມື້​ນີ້ ຫລັງຈາກນັ້ນກໍຈະສົ່ງໄປ​ຫາສະພາ​
ສູງ ​ແລະ​ຄາດ​ວ່າ​ຈະ​ກາຍ​ມາ​ເປັນ​ກົດ​ໝາຍ​ໃຊ້ ​ໃນທ້າຍ​ອາທິດ​ນີ້.

ມາດ​ຕະການ​ດັ່ງກ່າວ ເປັນ​ການ​ຊຸກຍູ້​ເທື່ອ​ຫລ້າ​ສຸດ​ຂອງລັດ
ຖະບານ ​ເພື່ອປາບ ປາມການກໍ່​ການ​ຮ້າຍ ຫລັງ​ຈາກ​ການ​ສັງ
ຫານ​ໝູ່ ຢູ່​ໂຮງຮຽນ ​ທີ່ຄວບ​ຄຸມ​ໂດຍ​ທະຫານ ​ໃນ​ເມືອງ Pes-
hawar ໂດຍພວກທາລີບານ ເມື່ອເດືອນ​ແລ້​ວນີ້​ ທີ່ເຮັດ​ໃຫ້150 ຄົນເສຍ​ຊີວິດສ່ວນໃຫຍ່
ແມ່ນ​ພວກເດັກນ້ອຍ.

ນາຍົກລັດຖະມົນຕີ Nawaz Sharif ຍັງ​ໄດ້ສະເໜີ ໃຫ້ມີການນຳໃຊ້ໂທດ​ປະ ຫານ​ຊີ​ວິດ​ຄືນໃໝ່ ຫລັງ​ຈາກໄດ້ມີ​ການ​ໂຈມ​ຕີ. ບັນດາ​ເຈົ້າໜ້າ​ທີ່​ໄດ້​ແຂວນ​ຄໍ ພວກ​ທີ່​ຖືກ​ຕັດສິນມີ
ຄວາມຜິດ​ກໍ່​ການ​ຮ້າຍຫລາຍ​ຄົນ ​ແລະ​ມີ​ແຜນ​ທີ​ຈະ​ແຂວນ​ຄໍ​ອີກ​ຫລາຍ​ຮ້ອຍ​ຄົນຕື່ມ​ອີກ.

ທ່ານ Sharif ກ່າວ​ວ່າ ປາ​ກິ​ສຖານ ພວມປະ​ເຊີນ​ໜ້າ​ກັບໄພ​ຂົ່ມຂູ່ ຈາກພວກ​ຫົວ​ຮຸນ​ແຮງ
ຈັດ​ແລະ​ກຳລັງ​ພວກ​ກໍ່​ການ​ຮ້າຍ ​ແລະມາດຕະການ “ພິເສດ” ແມ່ນ ມີຄວາມຈຳເປັນ​ເພື່ອ
ົນ​ຮັບມືກັບ​ການ​ທ້າ​ທາຍດັ່ງກ່າວ.

XS
SM
MD
LG