ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສານປາກິສຖານ ອະນຸຍາດ ໃຫ້ປະກັນໂຕ ເດັກຍິງ (ວີດີໂອ)


ທ່ານ Tahir Naveed Chaudhry, ຄົນກາງ, ທະນາຍຄວາມຂອງ ເດັກຍິງ ຊາວຄຣິສຕຽນ ຖືກກ່າວຫາວ່າ ໝີ່ນປະໝາດສາສະໜາ ອິສລາມ ກໍາລັງຢ່າງອອກຈາກສານ
ທ່ານ Tahir Naveed Chaudhry, ຄົນກາງ, ທະນາຍຄວາມຂອງ ເດັກຍິງ ຊາວຄຣິສຕຽນ ຖືກກ່າວຫາວ່າ ໝີ່ນປະໝາດສາສະໜາ ອິສລາມ ກໍາລັງຢ່າງອອກຈາກສານ
ຜູ້ພິພາກສາ​ຄົນ​ນຶ່ງ​ຂອງປາ​ກິ​ສຖານ ​ໄດ້​ອະນຸຍາດ​ໃຫ້ປະກັນ
ໂຕ​ເດັກ​ຍິງ​ຄຣິສຕຽນຄົນ​ນຶ່ງ ​ທີ່​ຖືກ​ກ່າວ​ຫາໝິ່ນປະ​ໝາດ
​ສາສະໜາອິສລາມ.

ນາງ Rimsha Masih ​ໄດ້​ຖືກ​ຈັບ​ໃນ​ເດືອນ​ແລ້ວນີ້ ທີ່ ກຸງ​ Islamabad ຫລັງຈາກເພື່ອນບ້ານ​ພາກັນ​ໃຈ​ຮ້າຍ ກ່າວຫາ​ນາງວ່າ ຈູດ​ເຜົາ​ຄໍາ​ພີ​ໂຄຣານ ຫລາຍ​ໜ້າ.

ໃນ​ລະຫວ່າງ​ການ​ດຳ​ເນີນຄະດີໃນ​ວັນ​ສຸກ​ນີ້ ຜູ້​ພິພາກສາ Mohammad Azam Khan ​ໄດ້​ສັ່ງ​ໃຫ້​ປ່ອຍໂຕນາງ Masih ຫລັງ​ຈາກ​ໄດ້​ຮັບ​ຟັງ​ການ​ໂຕ້​ຖຽງ​ຂອງ​ທະນາຍຄວາ​ມ
ທັງສອງ​ກໍ້າ​ສອງ​ຝ່າຍ. ນາງ Masih ​ໄດ້​ຖືກເຈົ້າ​ໜ້າ​ທີ່​ຕໍາຫລວດ​ຄວບ​ຄຸມ​ໂຕ​ໄວ້ ມາ​ໄດ້​ສາມ​ອາທິດ​ແລ້ວ. ທ່ານ Khan ​ໄດ້​ຕັ້ງ​ຄ່າ​ປະກັນ​ໂຕປະ​ມານ $10,500 ​ໂດ​ລາ. ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອວ່າ ​ເວລາໃດນາງ​ຈຶ່ງຈະ​ຖືກ​ປ່ອຍ​ໂຕ.

ອາທິດ​ແລ້ວ​ນີ້ ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄດ້​ຈັບນັກບວດມຸສລິມ Khalid Jadoon ​ໃນ​ຖານ​ສົງໄສ​ວ່າ ລາວ​ເປັນ​ຜູ້​ວາງ​ແຜນ​ສ້າງ​ຫຼັກຖານ​ການ​ກະທໍາ​ຜິດໃສ່​ເດັກ​ຍິງ​ຄົນ​ນີ້. ການ​ຈັບ​ກຸມ​ໄດ້​ມີຂື້ນຫລັງ​ຈາກ​ບັນດາ​ສະມາ​ຊິກຢູ່ວັດ​ຂອງ​ລາວ​ລາຍງານ​ໃຫ້​ຕໍາຫລວດ​ຊາບ.

ພາຍ​ໃຕ້​ກົດໝາຍ​ ໝີ່​ນປະໝາດ​ສາສະໜາຂອງ​ປາ​ກິ​ສຖານ​ແລ້ວ ຜູ້ໃດກໍ​ຕາມ​ທີ່​ກ່າວ​ໃນ​ສິ່ງ​ບໍ່ດີ ​ຕໍ່​ສາສະໜາອິສລາມ ​ແລະຕໍ່​ພະ​ສາ​ສະ​ດາ Mohammed ຖື​ວ່າ ກະທໍາ​ຄວາມຜິດ ແລະປະ​ເຊີນ​ກັບ​ໂທດ​ປະຫານ​ຊີວິດ. ລາຍ​ງານ​ດ້ານ​ການ​ແພດ​ບອກ​ວ່າ ​ເດັກ​ຍິງຄົນ​ນີ້ມີ
ອາຍຸ 14 ປີ​ ​ແລະເປັນໂຣກ​ຈິດ.

ກ່ຽວຂ້ອງກັນ

XS
SM
MD
LG