ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວ ຂອງປາກິສຖານ ສາມາດຫລົບໜີ ການພະຍາຍາມ ລັກພາໂຕໄປ ໂດຍກຸ່ມມືປືນ


ທ່ານຊາຮາ ຊິດດິກກີ (Taha Siddiqui), ກາງ, ນັກຂ່າວຢູ່ ອົງການຂ່າວ France 24 ແລະ ເປັນຫົວໜ້າພະແນກ ສຳລັບ ໂລກມີຂ່າວນຶ່ງດຽວ ຫຼື WION, ຖະແຫຼງຂ່າວກ່ຽວກັບເຫດ
ການ ໃນນະຄອນຫຼວງ ອິສລາມາບັດ, ວັນທີ 10 ມັງກອນ 2018.
ທ່ານຊາຮາ ຊິດດິກກີ (Taha Siddiqui), ກາງ, ນັກຂ່າວຢູ່ ອົງການຂ່າວ France 24 ແລະ ເປັນຫົວໜ້າພະແນກ ສຳລັບ ໂລກມີຂ່າວນຶ່ງດຽວ ຫຼື WION, ຖະແຫຼງຂ່າວກ່ຽວກັບເຫດ ການ ໃນນະຄອນຫຼວງ ອິສລາມາບັດ, ວັນທີ 10 ມັງກອນ 2018.

ບຸກຄົນທີ່ຕິດອາວຸດກຸ່ມນຶ່ງ ພະຍາຍາມທີ່ຈະລັກພາໂຕ ນັກຂ່າວປາກິສຖານ ໃນຕອນ
ເຊົ້າວັນພຸດວານນີ້ ຢູ່ຖະໜົນສາຍນຶ່ງທີ່ມີການສັນຈອນໄປມາຢ່າງຄັບຄັ່ງໃນນະຄອນ
ຫຼວງອິສລາມາບັດ ແຕ່ຜູ້ກ່ຽວ ສາມາດຫລົບໜີໄປໄດ້.

ທ່ານຊາຮາ ຊິດດິກກີ ຊຶ່ງສ່ວນໃຫຍ່ແລ້ວ ເຮັດວຽກໃຫ້ແກ່ອົງການຂ່າວຕ່າງປະເທດ
ເຊັ່ນ ຝຣັ່ງ 24 ແລະໂລກມີຂ່າວນຶ່ງດຽວ ຫຼື WION ກ່ອນໜ້ານີ້ກໍເຄີຍຖືກ ຮາວີ ແລະ
ຂົ່ມຂູ່ມາແລ້ວ ກ່ຽວກັບວຽກການຂອງລາວ ແລະມີການສົງໄສວ່າ ນີ້ກໍເປັນການພະຍາ
ຍາມອີກຄັ້ງນຶ່ງ ທີ່ຈະປິດປາກປິດສຽງຜູ້ກ່ຽວ.

ນັກຂ່າວຂອງປາກິສຖານ ທ່ານຮາມິດ ເມຍຣ໌ (Hamid Mir) ນັ່ງຢູ່ໃນຫ້ອງການຂອງທ່ານ ຢູ່ໃນນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ວັນທີ 14 ມີນາ 2017.
ນັກຂ່າວຂອງປາກິສຖານ ທ່ານຮາມິດ ເມຍຣ໌ (Hamid Mir) ນັ່ງຢູ່ໃນຫ້ອງການຂອງທ່ານ ຢູ່ໃນນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ວັນທີ 14 ມີນາ 2017.

ການບັງຄັບ ໃຫ້ພວກນັກຂ່າວ ນັກເຄື່ອນໄຫວ ແລະບຸກຄົນອື່ນໆ ຫາຍສາບສູນໄປນັ້ນ
ແມ່ນເປັນບັນຫາທີ່ຍັງດຳເນີນຢູ່ຕໍ່ມາ ໃນປາກິສຖານ. ພວກນັກເຄື່ອນໄຫວເພື່ອສິດທິ
ມະນຸດ ມັກຈະກ່າວຫາ ໜ່ວຍສືບລັບປາກິສຖານ ໂດຍສະເພາະແລ້ວ ແມ່ນພວກ ທີ່ມີ
ການພົວພັນ ກັບການຈັດຕັ້ງທາງທະຫານ ທີ່ມີອິດທິພົນຂອງປະເທດ ວ່າມີສ່ວນກ່ຽວ
ຂ້ອງກັບການຫາຍສາບສູນ ເຫຼົ່ານີ້.

ອີງຕາມທ່ານຊິດດິກກີ ທີ່ໄດ້ທຳການຖະແຫຼງຂ່າວກ່ຽວກັບເຫດການໃນຄັ້ງນີ້ ເວົ້າວ່າ
ພວກໂຈມຕີແມ່ນນຸ່ງເຄື່ອງດີ ແລະ ເວົ້າພາສາອັງກິດໄດ້ຢ່າງລ່ຽນໄຫລ. ທ່ານກ່າວວ່າ
ທ່ານພວມເດີນທາງໄປສະໜາມບິນ ດ້ວຍລົດແທັກຊີ ເວລາພວກຜູ້ຊາຍທີ່ຕິດອາວຸດ
ຢູ່ໃນລົດ 2 ຄັນ ອ້ອມລົດແທັກຊີຂອງລາວໄວ້ ຫລັງຈາກພວກເຂົາ ໄດ້ບັງຄັບໃຫ້ແທັກຊີ ຈອດແລ້ວ.

2 ຄົນໄດ້ເຂົ້າໄປໃນລົດແທັກຊີ ຜູ້ນຶ່ງເຂົ້າໄປນັ່ງຢູ່ບ່ອນຄົນຂັບ. ແຕ່ທ່ານຊິດດິກກີ
ເວົ້າວ່າ ລາວໄດ້ຊຸກປະຕູໃຫ້ເປີດອອກ ແລ້ວກໍໂດດລົງຈາກລົດ.

ໃນທີ່ສຸດລາວກໍໄປຮອດປ້ອມຕຳຫຼວດ. ໃນເວລາຕໍ່ມາ ຕຳຫຼວດໄດ້ພົບລົດແທັກຊີ
ແຕ່ເຄື່ອງຂອງລາວທັງໝົດ ຮວມທັງໜັງສືເດີນທາງ ແລະຄອມພິວເຕີແລັບທັອບ
ໄດ້ຫາຍໄປ.

ໃນປີກາຍນີ້ ອົງການສືບສວນຂອງລັດຖະບານກາງປາກິສຖານ ໄດ້ອອກແຈ້ງການ
ໃຫ້ ທ່ານຊິດດິກກີ ໄປປາກົດຕົວ ຕໍ່ໜ້າໜ່ວຍຕໍ່ຕ້ານກໍ່ການຮ້າຍ ໂດຍກ່າວວ່າ ເພື່ອ
ໃຫ້ການອະທິບາຍ ກ່ຽວກັບການຕ້ອງຕິພວກທະຫານ ຢູ່ໃນສື່ສັງຄົມ.

ທ່ານໄດ້ຍື່ນໜັງສືຮ້ອງຮຽນຕໍ່ສານ ຂໍໃຫ້ສັ່ງໜ່ວຍຕໍ່ຕ້ານກໍ່ການຮ້າຍຢຸດເຊົາ ໃນການ
ຮາວີຕໍ່ທ່ານ ແຕ່ການຕັດສິນຂັ້ນສຸດທ້າຍ ໄດ້ຖືກໂຈະໄວ້ຊົ່ວຄາວ. ທ່ານຊິດດິກກີ ກ່າວ
ຕໍ່ກອງປະຊຸມຖະແຫຼງຂ່າວ ວ່າ ຮອງຜູ້ອຳນວຍການຂອງອົງການສືບສວນ ລັດຖະບານ
ກາງ ກ່າວຕໍ່ສານວ່າ “ທ່ານຮູ້ດີ ແລະຂ້າພະເຈົ້າກໍຮູ້ດີ ວ່າ ການກົດດັນ ມາແຕ່ໃສ?”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG