ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມືປືນ ໂຈມຕີ ນັກຂ່າວ ປາກິສຖານ ເຮັດໃຫ້ ຄົນຂັບລົດ ເສຍຊີວິດ


ນັກຂ່າວ ປາກິສຖານ ຖືກໂຈມຕີ ຄົນຂັບລົດ ເສຍຊີວິດ
ນັກຂ່າວ ປາກິສຖານ ຖືກໂຈມຕີ ຄົນຂັບລົດ ເສຍຊີວິດ
ຕຳຫລວດ ຢູ່​ທາງ​ພາກ​ຕາ​ເວັນ​ອອກຂອງ​ປາ​ກິ​ສຖານ
ກ່າວ​ວ່າ ພວກ​ມື​ປືນ​ໄດ້​ເປີດ​ສາກ​ຍິງ​ໃສ່​ລົດ ​ນັກ​ຂ່າວທີ່​ມີ​
ຊື່​ສຽຄົນ​ນຶ່ງ ເຮັດໃຫ້ຄົນ​ຂັບ​ລົດ​ຂອງລາວ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ທ່ານ Raza Rumi ​ໄດ້​ຫລົບ
ໜີ​ດ້ວຍ​ຄວາມ​ປອດ​ໄພ​ຈາກ​ການ​ໂຈມ​ຕີ ​ໃນ​ວັນ​ສຸກ​ວານ
​ນີ້ ​ທີ່ນະຄອນ Lahore.

ທ່ານ Rumi ​ຜູ້ປະກາດຂ່າວຂອງໂທລະພາບ ​ Express
News ກ່າວ​ວ່າ ທ່ານ​ຫາ​ກໍ​ອອກ​ຈາກ​ຫ້ອງ​ຂ່າວ ຫລັງ​ຈາກ
ໄດ້ເສັດສິ້ນລາຍການ​ຂອງ​ທ່ານ ​ເວລາ​ລົດ​ຖືກ​ໂຈມ​ຕີຢູ່ໃນ​
ຄຸ້ມ​ຕະຫລາດ Raja. ຜູ້​ອາ​ລັກຂາທ່ານ Rumi ​ໄດ້​ຮັບ​ບາດ​ເຈັບໃນການໂຈມຕີຄັ້ງນີ້.

ຍັງ​ບໍ່​ມີ​ກຸ່ມໃດ​ອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ ​ແຕ່​ວ່າ ການ​ຂົ່ມ​ຂູ່​ ​ແລະ​ໂຈມຕີຕໍ່ບັນດາ​ນັກ​
ໜັງສື​ພິມໃນທຳນອງນີ້ມັກເກີດ​ຂື້ນ​ເລື້ອຍໆໃນປາ​ກິ​ສຖານ ທີ່ໄດ້ຖິ້ມໂທດ ໃສ່ພວກ
ຫົວຮຸນແຮງອິສລາມ ​ແລະ​ບັນດາກຸ່ມ​ຊົນເຜົ່າຕ່າງໆທີ່ຕິດ​ອາວຸດ. ທ່ານ Rumiໄດ້ຕິ
ຕຽນຢ່າງໜັກ ​ຕໍ່ກຸ່ມຫົວຮຸນແຮງ​ຕ່າງໆ​ຂອງປາ​ກິ​ສຖານ.

ຄະນະ​ກຳມະການ​ປົກ​ປ້ອງ​ບັນດາ​ນັກ​ຂ່າວ ​ມີ​ຫ້ອງການ​ຢູ່ນະຄອນ​ນິວຢອ​ກ ​ໄດ້​ປະ
ນາມ​ການ​ໂຈມ​ຕີໃນຄັ້ງນີ້ ​ໂດຍ​ກ່າວ​ວ່າ “ບັນດາ​ນັກ​ຂ່າວທີ່ສຳຄັນໆ ຍັງສືບຕໍ່ປະ​ເຊີນ​ໜ້າກັບຄວາມສ່ຽງ​ຢ່າງໃຫຍ່ຫລວງ ​ຢູ່​ໃນປາ​ກິ​ສຖານ.”

ຄະນະ​ກຳມະການ​ປົກ​ປ້ອງ​ບັນດາ​ນັກ​ຂ່າວ ກ່າວ​ວ່າ ການ​ໂຈມໃນວັນສຸກວານນີ້
ແມ່ນການໂຈມຕີຄັ້ງທີ 4 ຕໍ່​ພວກນັກຂ່າວຂອງສື່ມວນຊົນ ​ໃນປາ​ກິ​ສຖານ.
XS
SM
MD
LG