ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຕໍ່ສູ້ ເພື່ອສິດທິ ມະນຸດຊາວ ປາກິສຖານ ມໍລະນະກຳແລ້ວ


ປະທານຄະນະກຳມາທິການສິດທິມະນຸດ ທ່ານນາງ ອາສມາ ຈາຮັງກີ ໃຫ້ຄຳເຫັນໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງ ອິສລາມາບັດ. ປະເທດ ປາກິສຖານ. 25 ມັງກອນ, 2007.
ປະທານຄະນະກຳມາທິການສິດທິມະນຸດ ທ່ານນາງ ອາສມາ ຈາຮັງກີ ໃຫ້ຄຳເຫັນໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງ ອິສລາມາບັດ. ປະເທດ ປາກິສຖານ. 25 ມັງກອນ, 2007.

ຫຼາຍຄົນເອີ້ນເພິ່ນແບບຕ່າງໆກັນ: ບາງຄົນກໍເອີ້ນວ່າ ນັກຕໍ່ສູ້ຜູ້ເວົ້າ ຄວາມຈິງສຳລັບ
ຜູ້ມີອຳນາດ, ເປັນຄົນທໍລະຍົດ, ເປັນຜູ້ຊະນະເລີດ ດ້ານສິດທິມະນຸດ, ຜູ້ຕໍ່ຕ້ານ
ປາກິສຖານ, ເປັນບຸກຄົນທີ່ເປັນສັນຍາ ລັກແຫ່ງຊາດ, ຕໍ່ຕ້ານສາສະໜາອິສລາມ,
ແລະ ເປັນປາກເປັນສຽງໃຫ້ຜູ້ທີ່ປາກບໍ່ໄດ້ໄອບໍ່ດັງ.

ທ່ານນາງ ອາສມາ ຈາງກີ "Asma Jangahir" ແມ່ນຄົນທຳອິດ ແລະ ເທົ່າເຖິງປັດຈຸ
ບັນນີ້ກໍແມ່ນເປັນປະທານທີ່ເປັນແມ່ຍິງຄົນທຳອິດແລະພຽງຄົນດຽວ ຂອງສະພານິຕິ
ບັນຍັດຂອງສານສູງສຸດຂອງ ປາກິສຖານ ແລະ ເປັນໄອຍະການດ້ານສິດທິມະນຸດທີ່
ມີຊື່ສຽງ, ໄດ້ເສຍຊີວິດແລ້ວ ຍ້ອນໂຣກຫົວໃຈວາຍ ອາຍຸໄດ້ 66 ປີທີ່ເມືອງ ລາຮໍ
"Lahore" ເມື່ອວັນອາທິດວານນີ້.

ຜູ້ທີ່ມັກວິຈານຢ່າງຮຸນແຮງ ກ່ຽວກັບ ກອງທັບໃນປະເທດ ທີ່ຢູ່ພາຍໃຕ້ ຜູ້້ນຳຜະເດັດ
ການຈາກຄົນນຶ່ງ ຫາ ອີກຄົນນຶ່ງເປັນເວລາດົນນານນັ້ນ, ທ່ານ ນາງ ຈາງກີ ມັກຈະເຮັດ
ໃຫ້ຕົນເອງເກີດມີບັນຫາ ກັບສະຖາບັນດັ່ງກ່າວ ພ້ອມກັບ ພວກສະໜັບສະໜູນສະຖາ
ບັນເຫຼົ່ານັ້ນ.

ໃນປີ 1983, ການຕໍ່ສູ້ເພື່ອສະໜັບສະໜູນປະຊາທິປະໄຕ ກັບຜູ້ນຳຜະ ເດັດການ ທ່ານ
ເຊຍ ອູລ ຮັກ "Zia ul Haq" ໄດ້ເຮັດໃຫ້ທ່ານນາງຖືກຈັບເຂົ້າຄຸກ. ເຖິງຢ່າງໃດກໍຕາມ,
ຊີວິດໃນຄຸກຂອງທ່ານນາງ ໄດ້ລົ້ມແຫຼວ ບໍ່ສາມາດທີ່ຈະໄດ້ຮັບຄວາມປະຖະໜາຂອງ
ທ່ານນາງ ເພື່ອໃຫ້ມີລະບຽບກົດໝາຍ ແລະ ລັດຖະທຳມະນູນ, ອີງຕາມທະນາຍ ປາ
ກິສຖານ ແລະ ນັກວິເຄາະ ດ້ານການເມືອງທ່ານ ບາບາ ສັດຕາ "Babar Sattar" ຜູ້ທີ່
ໄດ້ຂຽນຂໍ້ຄວາມໃນ Twitter ວ່າ, “ທ່ານນາງໄດ້ຢືນຢູ່ ຢ່າງກ້າຫານກວ່າພວກຄົນເຕ້ຍ
ພວກນັ້ນ, ທ່ານນາງໄດ້ເວົ້າຄວາມຈິງ ຕໍ່ພວກຜູ້ມີອຳນາດເປັນພິດນັ້ນ ແລະ ໄດ້ລຸກຂຶ້ນ
ຕໍ່ສູ້ ເມື່ອເພິ່ນຄິດວ່າເພິ່ນເຮັດຖືກ.”

ແນວໃດກໍຕາມ, ພວກທີ່ວິພາກວິຈານທ່ານນາງ ໄດ້ກ່າວຫາທ່ານນາງ ວ່າ ເປັນຕົວແທນ
ຂອງ ອິນເດຍ ທີ່ເປັນຄູ່ແຂ່ງຂອງ ປາກິສຖານ. ທ່ານ ຊາອິດ ຮາມິດ "Zaid Hamid," ຜູ້
ວິຈານ ກ່ຽວກັບ ການເມືອງທີ່ມີບັນຫາ ເຊິ່ງຮູ້ ຈັກກັນວ່າມີຄວາມັກ ສຳລັບທິດສະດີການ
ສົມຮູ້ຮ່ວມຄິດ, ໄດ້ປຽບທຽບ ທ່ານນາງໃສ່ນັກການເມືອງ ປາກິສຖານ ຄົນນຶ່ງ ຜູ້ທີ່ຖືກ
ກ່າວຫາວ່າ ຂາຍຊາດ ແລະ ຍຸແຍ່ຄວາມຮຸນແຮງ.

ທ່ານນາງ ຈາງກີ ແມ່ນນຶ່ງໃນບັນດາຜູ້ກໍ່ຕັ້ງຄະນະກຳມາທິການ ສິດທິມະນຸດແຫ່ງ ປາ
ກິສຖານ, ເປັນສະພາທີ່ເວົ້າ ເພື່ອກ່າວເນັ້ນເຖິງ ການລ່ວງລະເມີດສິດທິຕ່າງໆໃນທົ່ວ
ປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG