ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານ ເຮຣີຄອບເຕີ້ປາກິສຖານ ຖືກປ່ອຍ ແລະກັບຄືນ ປະເທດແລ້ວ


ເຮືອບິນເຮຣີຄອບເຕີ້ MI-17 ຂອງກອງທັບປາກິສຖານ ທີ່ເຮັດໂດຍຣັດເຊຍ ພວມລົງຈອດ ທີ່ນະຄອນອິສລາມາບັດ.
ເຮືອບິນເຮຣີຄອບເຕີ້ MI-17 ຂອງກອງທັບປາກິສຖານ ທີ່ເຮັດໂດຍຣັດເຊຍ ພວມລົງຈອດ ທີ່ນະຄອນອິສລາມາບັດ.

ເຈົ້າໜ້າ​ທີ່​ປາ​ກິ​ສຖານ ​ກ່າວ​ວ່າ ພະນັກງານ​ປະຈຳ​ເຮືອບິນ​ເຮຣີຄອບ​ເຕີ້ລຳ​ນຶ່ງ​ຂອງ​ຕົນ​ທີ່​ໄດ້​ລົງ​ຈອດ​ສຸກ​ເສີນ​ຢູ່​ອັຟກາ​ນິສຖານ​ເມື່ອ​ຕົ້ນ​ເດືອນ​ນີ້ ​ໄດ້​ຖືກ​ປ່ອຍ ໂດຍ​ພວກ​ທີ່​ຈັບ​ເຂົາ​ເຈົ້າ​ໄວ້ ​ແລະເຂົາ​ເຈົ້າກໍ​ໄດ້​ເດີນທາງ​ກັບ​ຄືນ​ປະ​ເທດ ດ້ວຍຄວາມ​ປອດ​ໄພ.

ຖະ​ແຫຼງການ​ສະບັບ​ນຶ່ງ​ ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໃນ​ວັນ​ເສົາ​ມື້ນີ້​ແຈ້ງວ່າ ພະນັກ ງານ 6 ຄົນ​ປະຈຳ​ເຮືອບິນ​ເຮ​ຮີ​ຄອບ​ເຕີ້ຂອງລັດຖະບານ​ແຂວງ​ປັນ​ຈາບ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ຢູ່​ອັຟກາ​ນິສຖານ ​ໃນ​ວັນ​ທີ 4 ສິງຫາ​ຜ່ານ​ມານີ້ ​ໄດ້​ກັບຄືນ​ປະ​ເທດ​ແລະ​ເດີນທາງ​ໄປ​ເຖິງ​ນະຄອນ​ອິສລາມາ​ບັດ​ໃນ​ມື້ນີ້.

ຖະ​ແຫລ​ງການ​ກ່າວ​ວ່າ ພະນັກງານທັງ 6​ ຊຶ່ງ 5 ຄົນ​ເປັນ​ຊາວ​ປາ​ກິ​ສຖານ​ແລະ​ອີກ​ຄົນ​ນຶ່ງ​ເປັນ​ຜູ້​ຄວບ​ຄຸມ​ເສັ້ນທາງ​ບິນ​ຊາວຣັດ​ເຊຍ ​ແມ່ນ​ປອດ​ໄພ​ແລ້ວ ​ແລະ​ມີ​ສຸຂະພາບ​ດີ.

​ເຈົ້າໜ້າ​ທີ່​ກ່າວ​ໃນຕົ້ນ​ເດືອນ​ນີ້ວ່າ ​ພະນັກງານ​ເຮືອບິນ​ລຳ​ດັ່ງກ່າວໄດ້​ຖືກຄວບ​ຄຸມ​ໂຕ​ໄວ້​ໂດຍພວກ​ຕາ​ລີ​ບານ.

​ເຮືອບິນ​ເຮຣີຄອບ​ເຕີ້ MI-17 ທີ່​ເຮັດ​ໂດຍຣັດ​ເຊຍໄດ້​ບິນ​ຂຶ້ນຈາກ​ເມືອງ Peshawar ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານເພື່ອ​ເດີນທາງ​ໄປ​ຍັງສາທາລະນະ​ລັດ​ອຸສ​ເບັກ ​ກິ​ສຖານໃນ​ເຂດ​ເອ​ເຊຍ​ກາງ ​ແຕ່​ໄດ້​ເກີດ​ບັນຫາ​ທາງດ້ານ​ເທັກ​ນິກ​ໃນ​ລະຫວ່າງ​ການ​ເດີນ ທາງ ນັກ​ບິນ​ຈຶ່ງ​ໄດ້​ນຳ​ເອົາ​ເຮືອບິນ​ລົງ​ຈອດສຸກ​ເສີນ​ຢູ່​ໃນ​ອັຟກາ​ນິສຖານ.

ພວກ​ຊາວບ້ານ​ກ່າວ​ວ່າ ​ເຮືອບິນ​ເຮຣີຕອບ​ເຕີ້​ໄດ້​ເກີດ​ໄຟ​ໄໝ້​ໃນ​ທັນທີ ​ຫຼັງຈາກ​ລົງ​ຈອດ​ແລ້ວ ​ແລະ​ພວກ​ຜູ້​ຊາຍ​ທີ່ຢູ່​ເທິງເຮືອບິນ​ທັງ​ໝົດ​ແມ່ນ​ລອດ​ຊີວິດ​ມາ​ໄດ້​ແຕ່ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຈັບແລະ​ນຳ​ໂຕ​ໄປ​ໂດຍ​ກຳລັງ​ປະກອບ​ອາວຸດ​ທີ່​ບໍ່​ຊາບ​ຝ່າຍ.

ອຸ​ບັດ​ຕິ​ເຫດ​ໃນ​ຄັ້ງນີ້ ​ເກີດ​ຂຶ້ນ​ໃນ​ເຂດ​ສອກຫຼີກ​ຫ່າງ​ໄກ​ຂອງ​ແຂວງ Logar ​ໃນອັຟກາ​ນິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG