ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ປາກິສຖານ ຖືກຕ້ອງຕິ ຍ້ອນປົດ ນັກເສດຖະສາດ ຖືສາສະໜາ ອາມາດີ


ນາຍົກລັດຖະມົນຕີ ອິມຣານ ຄານ (ກາງ) ໄປຮ່ວມ ການຖະແຫຼງຂ່າວ ຂອງກະຊວງຕ່າງປະເທດ ທີ່ນະຄອນຫຼວງ ອິສລາມາບັດ. (ວັນທີ 24 ສິງຫາ 2018)
ນາຍົກລັດຖະມົນຕີ ອິມຣານ ຄານ (ກາງ) ໄປຮ່ວມ ການຖະແຫຼງຂ່າວ ຂອງກະຊວງຕ່າງປະເທດ ທີ່ນະຄອນຫຼວງ ອິສລາມາບັດ. (ວັນທີ 24 ສິງຫາ 2018)

ລັດຖະບານຊຸດໃໝ່ຂອງປາກິສຖານ ໃນວັນສຸກວານນີ້ ໄດ້ປົດນັກວິຊາການທີ່ມີຊື່ສຽງ
ລະຫວ່າງປະເທດອອກຈາກຕຳແໜ່ງຢູ່ໃນສະພາທີ່ປຶກສາທາງດ້ານເສດຖະກິດ ຍອມ
ແພ້ຕໍ່ການກົດດັນ ແລະການຄັດຄ້ານ ຂອງພັກສາສະໜາອິສລາມ ແລະພັກຝ່າຍຂວາ ຍ້ອນຄວາມເຊື່ອທາງສາສະໜາຂອງນັກວິຊາການທ່ານນີ້.

ນັກເສດຖະສາດ ອາຕິຟ ມີອານ ຊຶ່ງເປັນສາສະດາຈານຢູ່ມະຫາວິທະຍາໄລປຣິນສຕັນ ທີ່ນັບຖືສາສະໜາ ອາມາດີ ຊຶ່ງເປັນສາສະໜາກຸ່ມນ້ອຍ ທີ່ຖືກປະຫັດປະຫານ ມາເປັນ
ເວລາດົນນານຢູ່ໃນປາກິສຖານ ຫວ່າງບໍ່ດົນມານີ້ ໄດ້ຖືກເລືອກໃຫ້ເຂົ້າຮ່ວມໃນສະພາ
ທີ່ປຶກສາ ທີ່ມີສະມາຊິກ 18 ຄົນ ຂອງນາຍົກລັດຖະມົນຕີຄົນໃໝ່ປາກິສຖານ ທ່ານອີິມ
ຣາ ຄານ.

ລັດຖະບານທ່ານຄານ ພວມປະເຊີນກັບວິກິດການໜີ້ສິນທີ່ກຳລັງຈະກໍ່ຕົວຂຶ້ນ. ທ່ານ
ຄານໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະນຳສະເໜີການປະຕິຮູບທີ່ສຳຄັນຫຼາຍຢ່າງ ເພື່ອແກ້
ໄຂບັນຫາທາງດ້ານເສດຖະກິດຂອງປາກິສຖານ.

ບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກທີ່ລັດຖະບານ ໄດ້ປະກາດລາຍຊື່ຂອງສະມາຊິກສະພາ
ທີ່ປຶກສາທາງດ້ານເສດຖະກິດ ພວກອິສລາມຫົວແຂງກະດ້າງ ກໍໄດ້ເລີ້ມອອກຂ່າວ
ແລະສື່ສັງຄົມປະນາມ ແລະກໍທວງໃຫ້ປົດ ນັກເສດຖະສາດມີອານ ອາຍຸ 43 ປີອອກ
ຈາກສະພາດັ່ງກ່າວ ຍ້ອນຖືສາສະໜາອາມາດີ.

ການປົດທ່ານມີອານພາໃຫ້ສະມາຊິກອີກທ່ານນຶ່ງຂອງສະພາທີ່ປຶກສາທາງດ້ານເສດ
ຖະກິດ ຄືສາສະດາຈານ ອາຊິມ ອາຍແຈັສ ຄວາຈາ ຈາກມາະຫາວິທະຍາໄລຮາເວີດ
ລາອອກ ຊຶ່ງເປັນທີ່ຈະແຈ້ງວ່າ ໄດ້ສ້າງຄວາມເສຍຫາຍຢ່າງໜັກຕໍ່ການປະຕິບັດງານ ເພື່ອຈະຟື້ນຟູເສດຖະກິດ ຂອງລັດຖະບານຊຸດໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG