ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ຂໍຄວາມຊ່ວຍເຫຼືອ ຈາກກອງທັບ ເພື່ອຮັບມື ກັບພວກປະທ້ວງ ອິສລາມ


ພວກສະໜັບສະໜູນກຸ່ມສາສະໜາ ໄດ້ຈູດຕີນລົດປິດຖະໜົນ
ໃນການຊຸມນຸມ ເພື່ອສະແດງຄວາມສາມັກຄີກັນ. ເມືອງ ເພຊາວາ, ປາກິສຖານ. 25 ພະຈິກ, 2017.
ພວກສະໜັບສະໜູນກຸ່ມສາສະໜາ ໄດ້ຈູດຕີນລົດປິດຖະໜົນ ໃນການຊຸມນຸມ ເພື່ອສະແດງຄວາມສາມັກຄີກັນ. ເມືອງ ເພຊາວາ, ປາກິສຖານ. 25 ພະຈິກ, 2017.

ລັດຖະບານຂອງ ປາກິສຖານ ໄດ້ຮຽກຮ້ອງໃຫ້ກອງທັບຮັບມືກັບພວກ ປະທ້ວງຫຼາຍ
ພັນຄົນໃນນະຄອນຫຼວງ ອິສລາມາບັດ ຫຼັງຈາກການ ປາບປາມເພື່ອຮັກສາຄວາມ
ປອດໄພ ໄດ້ນຳໄປສູ່ການໃຊ້ຄວາມຮຸນ ແຮງປະທະກັນ. ເຈົ້າໜ້າທີ່ຮັກສາຄວາມປອດ
ໄພຫຼາຍຮ້ອຍຄົນ ແລະ ພວກປະທ້ວງຫຼາຍສິບຄົນໄດ້ຮັບບາດເຈັບ, ອີງຕາມແຫຼ່ງຂ່າວ
ຂອງ ໂຮງໝໍໃນທ້ອງຖິ່ນ.

ການປະຕິບັດການໄດ້ເລີ່ມຂຶ້ນປະມານ 7 ໂມງເຊົ້າຕາມເວລາໃນທ້ອງຖິ່ນ ເມື່ອວັນ
ເສົາວານນີ້ ຫຼັງຈາກພວກປະທ້ອງໄດ້ຖືກກຳນົດເສັ້ນຕາຍເພື່ອ ແຍກຕົວອອກໄປຢ່າງ
ສະຫງົບ ແລະ ເຂົາເຈົ້າບໍ່ປະຕິບັດຕາມ.

ກຸ່ມອິສລາມຫຼາຍກຸ່ມໄດ້ດຳເນີນການນັ່ງປະທ້ວງເມື່ອ 20 ວັນທີ່ຜ່ານ ມາ ຮຽກຮ້ອງ
ໃຫ້ລັດຖະມົນຕີກົດໝາຍລັດຖະບານກາງ ລາອອກຈາກ ຕຳແໜ່ງ ຫຼັງຈາກໄດ້ມີການ
ແກ້ໄຂເລັກນ້ອຍ ໃນຄຳສາບານການ ເລືອກຕັ້ງ, ເຊິ່ງພວກປະທ້ວງຢືນຢັນວ່າ ໄດ້ດູ
ໝິ່ນຄວາມເຊື່ອທາງສາ ສະໜາຂອງເຂົາເຈົ້າ. ລັດຖະບານໄດ້ກ່າວວ່າ ການແກ້ໄຂດັ່ງ
ກ່າວ ແມ່ນຄວາມຜິດພາດທາງສາສະໜາ ແລະ ໄດ້ມີການຕ່າວປີ້ນແລ້ວ.

ການນັ່ງປະທ້ວງໄດ້ເຮັດໃຫ້ນະຄອນຫຼວງຂອງປະເທດ ຢຸດເປັນອຳມະພາດ, ແລະ
ປະຊາຊົນຢ່າງໜ້ອຍສອງຄົນ, ລວມທັງເດັກນ້ອຍຄົນນຶ່ງ, ໄດ້ເສຍຊີວິດໃນສາມສັບ
ປະດາທີ່ຜ່ານມາ ເມື່ອລົດໂຮງໝໍບໍ່ສາມາດ ໄປເຖິງໂຮງໝໍທັນເວລາ. ພວກປະທ້ວງ
ໄດ້ຕໍ່ຕ້ານຄຳສັ່ງຂອງສານ ເພື່ອແຍກຍ້າຍອອກໄປ.

ເມື່ອການປະຕິບັດການໄດ້ເລີ່ມຂຶ້ນ, ພວກປະທ້ວງກໍໄດ້ແຜ່ກະຈາຍໄປເມື່ອງອື່ນໆ,
ແລະ ໃນຕອນບ່າຍຂອງວັນເສົາວານນີ້, ເມືອງ ລາຮໍ ແລະ ຄາຣາຈີ ເຊິ່ງເປັນເມືອງ
ທີ່ໃຫຍ່ທີ່ສຸດຂອງ ປາກິສຖານ ນັ້ນ, ກໍໄດ້ປະສົບກັບການປະທະກັນ ລະຫວ່າງ
ຕຳຫຼວດ ແລະ ພວກຜູ້ສະໜັບສະໜູນພັກ ອິສລາມ ເຊັ່ນກັນ.

ທາງເຂົ້າທີ່ສຳຄັນສູ່ງເມືອງ ລາຮໍ ໄດ້ຖືກປິດໂດຍພວກປະທ້ວງ, ໃນຂະນະທີ່ທາງ
ຫຼວງທີ່ສຳຄັນຫຼາຍແຫ່ງໃນພາກສ່ວນທີ່ແຕກຕ່າງກັນຂອງປະເທດ ກໍຖືກຕັດຂາດ
ໂດຍກຸ່ມພວກປະທ້ວງ ຜູ້ທີ່ໄດ້ຈູດຕີນລົດໃສ່.

ຮອດຕອນບ່າຍຂອງວັນເສົາວານນີ້, ລັດຖະບານໄດ້ປິດໂທລະພາບຂ່າວໝົດທຸກແຫ່ງ
ແລະ ໄດ້ປິດການເຂົ້າເຖິງສື່ສັງຄົມເຊັ່ນ ເຟສບຸກ, ທວິດເຕີ ແລະ ຢູທູບ ເພື່ອພະຍາ
ຍາມທີ່ຈະຄວບ ຄຸມເຫດການທີ່ເກີດຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG