ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກດັບເພີງປາກິສຖານ ໃຊ້ເວລາຫຼາຍຊົ່ວໂມງ ມອດໄຟໄໝ້ອາຄານ ໃນກາຣາຈີ


pakistanfire28december14
please wait

No media source currently available

0:00 0:00:55 0:00

ໄຟໄໝ້ທີ່ເມືອງກາຣາຈີ, ປາກິສຖານ, ວັນທີ 28 ທັນວາ 2014.

ພວກ​ດັບ​ເພີງ​ປາ​ກິ​ສຖານ ​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ​ ເພື່ອ​ມອດ​ໄຟທີ່​
ເຜົາ​ໄໝ້ອາຄານ​ຫຼາຍ​ຫຼັງ​ ໃນ​ນະຄອນ​ກາຣາຈີ ​ໃນ​ວັນ​ອາທິດ​ມື້​ນີ້.

ພວກ​ທີ່​ເຫັນ​ເຫດການ​ເກີດ​ຂຶ້ນ ກ່າວ​ວ່າ ​ໄຟ​ໄດ້​ເລີ້ມ​ໄໝ້​ຂຶ້ນ​ໃນ
​ສາງ​ເກັບ​ໄມ້​ທ່ອນ​ແຫ່ງ​ນຶ່ງ ​ແລະ​ໄດ້​ໄໝ້​ລາມຢ່າງ​ໄວ ​ໄປ​ຫາ​ອາ
ຄານ​ການ​ຄ້າ ​ແລະອາຄານ​ອື່ນໆ​ ບ່ອນ​ຄົນ​ພັກ​ອາ​ໄສຢູ່ ຫຼາຍ​ຫຼັງ.

ທ່ານ Ehteshamuddin ຫົວໜ້າ​ໜ່ວຍດັບ​ເພີງນະຄອນ Karachi ກ່າວ​ວ່າ “ພວກ​ອາຄານຕ່າງໆ​ທັງ​ໝົດ​ແມ່ນຢູ່​ຕິດ ​ກັບບໍ​ເວນສາງ​ເກັບ​ໄມ້​ທ່ອນດັ່ງກ່າວ. ສະ​ນັ້ນ
ຈຶ່ງບໍ່​ມີ​ທາງ​ໃດທີ່​ຈະ​ສະກັດ​ກັ້ນ​ໄວ້​ໄດ້. ບັນດາ​ນັກ​ດັບ​ເພີງ ​ແລະ​ເຈົ້າ​ໜ້າທີ່​ຝ່າຍ​
ດັບ​ເພີງ ​ແມ່ນ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍໃນ​ການ​ຄວບ​ຄຸມ​ໄຟ​ໄວ້.
ພວກເຮົາ​ໄດ້​ຊ່ອຍ​ກູ້ຊີວິດ​ປະຊາຊົນຫຼາຍ​ຄົນ ​ແລະ​ຊ່ອຍ​ພວກ​ອາຄານບ້ານ​ເຮືອນ​
ຂອງ​ເຂົາເຈົ້າ​ໄວ້. ບໍ່​ມີຂໍ້​ສົງ​ໄສ​ໃດໆ ພວກ​ອາຄານ​ເຫຼົ່າ​ນີ້​ໄດ້ຮັບ​ຄວາມ​ເສຍ​ຫາຍ ​
ຢ່າງ​ຫຼວງ​ຫຼາຍ. ພວກ​ສາງ​ເກັບ​ມ້ຽນຫຼາຍ​ຫຼັງ​ໄດ້ຖືກ​ໄຟ​ໄໝ້​ໝົດ. ພວກ​ເຮົາ​ສາ
ມາດ​ຊ່ອຍ​ໄດ້ ແຕ່​ພວກ​ອາຄານ​ທີ່ຢູ່​ນອກ​ບໍລິ​ເວນ. ພວກ​ທີ່​ຖືກ​ໄຟ​ໄໝ້​ນັ້ນ ​ແມ່ນ
​ຊ່ວຍ​ບໍ່​ໄດ້.”

​ເວລາ​ນີ້​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຜູ້​ບາດ​ເຈັບ ​ແລະ​ເສຍ​ຊີວິດ​ນັ້ນ​ເທື່ອ. ແລະການ​ສືບສວນ​ສອບ​ສວນ​ຫາ​ສາ​ເຫດ​ຂອງ​ໄຟ​ໄໝ້ ແມ່ນກຳ​ລັງ​ດຳເນີນ
​ໄປ​ຢູ່.



Pakistani firefighters spent hours extinguishing a multi-building fire in Karachi Sunday.

[[TAKE VIDEO]]

Witnesses say the fire broke out in a timber warehouse and quickly spread to several other commercial and residential buildings. ((:12 ))

((SOUNDBITE IN URDU Chief Fire Officer Ehteshamuddin))

"All the buildings were attached with this (warehouse area). There was no way. The firefighters and Fire officers faced great difficulty in containing the fire. We rescued many people, we saved their buildings. No doubt the buildings were damaged badly. Many warehouses were gutted. We could only save those that were on the outer side. Those engulfed in fire could not be saved.'' ((:26))

[[CONTINUE VIDEO,SOUND UNDER]]

There have been no immediate reports of casualties. The cause is being investigated. ((:17))

XS
SM
MD
LG