ໄດ້ເດີນທາງໄປຮອດເມືອງ Lahore ໃນວັນຈັນມື້ນີ້ ຫຼັງຈາກ
ຖ້ຽວບິນຂອງຜູ້ກ່ຽວ ທີ່ມຸ່ງໜ້າໄປຍັງນະຄອນຫລວງອິສລາມາ
ບັດໄດ້ຖືກປ່ຽນທິດທາງ ຫຼັງຈາກເກີດການປະທະກັນລະຫວ່າງ
ພວກສະໜັບສະໜຸນທ່ານ ແລະເຈົ້າໜ້າທີ່ຕຳຫຼວດ ທີ່ສະໜາມ
ບິນອິສລາມາບັດນັ້ນ.
ທ່ານ Tahir-ul-Qadri ເດີນທາງກັບຄືນໄປຍັງປາກິສຖານ
ເພື່ອນຳພາໃນການປະຕິວັດທີ່ທ່ານປະກາດຈັດຕັ້ງຂຶ້ນເອງ
ຕໍ່ຕ້ານນາຍົກ ລັດຖະມົນຕີ Nawaz Sharif.
ໄດ້ມີການເອົາມາດຕະການຮັກສາຄວາມປອດໄພຢ່າງເຄັ່ງຄັດໃນວັນຈັນມື້ນີ້ ລ່ວງໜ້າ
ກຳນົດການເດີນທາງໄປຮອດຂອງທ່ານ ທີ່ອິສລາມາບັດນັ້ນ. ໄດ້ມີການສົ່ງກຳລັງປະ
ກອບອາວຸດໄປຍາມ ຢູ່ໃນທົ່ວນະຄອນຫຼວງ ແລະມີການເອົາ ລັງຂົນສົ່ງສິນຄ້າໃຫຍ່ໆ
ໄປຕັນຖະໜົນຫົນທາງສາຍຕ່າງໆທີ່ເນ່ງໄປໃສ່ສະໜາມບິນນັ້ນໄວ້ ໃນຄວາມພະຍາ
ຍາມເພື່ອຂັດຂວາງພວກສະໜັບສະໜຸນ ນັກບວດທ່ານນີ້.
ພວກສະໜັບສະໜຸນທ່ານ Qadri ບາງຄົນ ໄດ້ແກວ່ງໄມ້ຄ້ອນແລະກ້ອນຫິນໃສ່ຕຳຫຼວດ ທີ່ຕອບໂຕ້ດ້ວຍການຍິງແກັສນ້ຳຕາ.
ໂຄສົກກົມການບິນພົນລະເຮືອນຂອງປາກິສຖານ ກ່າວວ່າ ຖ້ຽວບິນຂອງທ່ານ Qadri ໄດ້ຖືກປ່ຽນໄປລົງທີ່ເມືອງ Lahore “ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ພວກ
ຄົນໂດຍສານແລະເຮືອບິນ.”
ທ່ານ Qadri ທີ່ເປັນນັກບວດຫົວນິຍົມແນວທາງປານກາງ ມີຜູ້ຕິດຕາມຢ່າງຫຼວງຫຼາຍ ຢູ່ໃນປາກິສຖານ.