ສານ ປາກິສຖານ ແຫ່ງນຶ່ງໄດ້ຕັດສິນລົງໂທດປະຫານຊີ
ວິດ ຜູ້ຊາຍຄຣິສຕຽນ ຄົນນຶ່ງທີ່ຖືກກ່າວຫາໝິ່ນປະໝາດ
ສາສະໜາອິສລາມ ໃນຄະດີ ທີ່ໄດ້ກໍ່ໃຫ້ເກີດ ມີການຈະ
ລາຈົນທີ່ນະຄອນ Lahore ທາງພາກຕາເວັນອອກຂອງ
ປະເທດ.
ທ້າວ Sawan Marish ໄດ້ຖືກຈັບໃນປີແລ້ວນີ້ ຫລັງຈາກ
ໝູ່ຂອງລາວ ໄດ້ກ່າວຫາລາວວ່າ ກ່າວວິຈານໄປໃນທາງທີ່
ບໍ່ດີ ກ່ຽວກັບພະສາດສະດາ Muhammed. ຊາວມຸສລິມ
ຫລາຍພັນຄົນໄດ້ພາກັນອາລະວາດຢູ່ທີ່ຄຸ້ມ Josph Colony
ຊຶ່ງເປັນຄຸ້ມຂອງຊາວຄຣິສຕຽນ ຢູ່ໃນນະຄອນ Lahore ເພື່ອປະທ້ວງຕໍ່ການກ່າວຫາ
ກ່ຽວກັບການໝິ່ນປະໝາດດັ່ງກ່າວ.
ອົງການນິລະໂທດສາກົນປະນາມການຈັບກຸມແລະຕັດສິນລົງໂທດທ້າວ Masih ວ່າ “ເປັນເລື້ອງທີ່ໜ້າວິຕົກຢ່າງຮ້າຍແຮງ” ກ່ຽວກັບຄວາມເປັນທຳຂອງການດໍາເນີນຄະດີ. ອົງການດັ່ງກ່າວເວົ້າວ່າ ກົດໝາຍໝິ່ນປະໝາດສາສະໜາ ຂອງປາກິສຖານນັ້ນ ແມ່ນ “ໂຫດຮ້າຍຫຼາຍ.”
ຮອງຫົວໜ້າ ອົງການນິລະໂທດສາກົນເຂດເອເຊຍປາຊິຟິກ ທ່ານ David Griffits
ກ່າວວ່າ “ການໂຕ້ຖຽງກັນລະຫວ່າງໝູ່ເພື່ອນສອງຄົນ ບໍ່ມີພື້ນຖານສຳລັບການສົ່ງຜູ້ໃດຜູ້ນຶ່ງ ໄປໃສ່ຫ້ອງກັກຂັງ.” ທ່ານກ່າວອີກວ່າ ການຕັດສິນລົງໂທດນີ້ ແມ່ນຄວາມ “ຍຸດຕິທຳແບບຈອມປອມ.”
ປາກິສຖານຊຶ່ງປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິສລາມນັ້ນ ມີການລົງໂທດທີ່ຮ້າຍແຮງໃນໂລກ ກ່ຽວກັບການໝິ່ນປະໝາດສາສະໜາ. ຜູ້ໃດຜູ້ນຶ່ງຫາກຖືກເຫັນວ່າ ມີຄວາມຜິດໃນຖານໝິ່ນປະໝາດສາສະໜາອິສລາມ ແລະພະສາດສະດາ Mohammed ແລ້ວ ຕ້ອງປະເຊີນກັບໂທດປະຫານຊີວິດ.