ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກຍິງປາກິສຖານ ທີ່ຖືກຍິງ ມີອາການດີຂຶ້ນ


ນາງ Malala Yousafzai ອາຍຸ 14 ປີ ທີ່ຖືກ ມືປືນຕາລິບານ ຍິງໃສ່ຫົວ ມີອາການດີຂື້ນແລ້ວ.
ນາງ Malala Yousafzai ອາຍຸ 14 ປີ ທີ່ຖືກ ມືປືນຕາລິບານ ຍິງໃສ່ຫົວ ມີອາການດີຂື້ນແລ້ວ.
ໂຄສົກຄົນນຶ່ງຂອງກອງທັບປາກິສຖານກ່າວວ່າ ເດັກນັກຮຽນຍິງ
ອາຍຸ 14 ປີ ທີ່ຖືກຍິງໂດຍພວກຕາລີບານໃນອາທິດນີ້ແມ່ນມີອາ ການດີຂຶ້ນຢ່າງເປັນທີ່ໜ້າພໍໃຈແລ້ວ.

ນາຍພົນຕີ Asim Saleem Bajwa ກ່າວໃນວັນສຸກມື້ນີ້ວ່າ ໄລ
ຍະສອງສາມມື້ຂ້າງໜ້ານີ້ຈະມີຄວາມສຳຄັນຫຼາຍໃນການຟື້ນໂຕ
ຄືນຂອງນາງ Malala Yousafzai ທີ່ຍັງບໍ່ທັນຮູ້ສຶກຕົວເທື່ອແລະ ໃຊ້ເຄື່ອງຊ່ວຍຫາຍໃຈໃນເວລານີ້.

ນາງຖືກຍິງທີ່ຫົວແລະທີ່ກ້ານຄໍ ໃນວັນອັງຄານຜ່ານມາ ຂະນະທີ່
ພວມອອກຈາກໂຮງຮຽນທີ່ຕັ້ງຢູ່ໃນເຂດຮ່ອມພູ Swat ທາງພາກ ຕາເວັນຕົກສຽງເໜືອຂອງປະເທດ. ພວກຕາລີບານກ່າວວ່າ ເດັກ ຍິງຄົນນີ້ຕົກເປັນເປົ້າກໍຍ້ອນວ່າ ນາງນິຍົມພວກຕາເວັນຕົກ.

ນາງໄດ້ຖືກສົ່ງໂດຍທາງເຮືອ ຈາກໂຮງໝໍເມືອງ Peshawar ໄປຍັງສະຖາບັນໂຣກຫົວໃຈ ຂອງກອງທັບ ຊຶ່ງເປັນໂຮງໝໍທີ່ໃຫຍ່ທີ່ສຸດຂອງກອງທັບປາກິສຖານ ທີ່ນະຄອນຣາວັນປິນ ດີ. ພວກທ່ານໝໍກ່າວວ່າ ນາງ Yousafzai ມີໂອກາດທີ່ຈະລອດຊີວິດໄດ້ 70 ເປີເຊັນ.

ກ່ຽວຂ້ອງກັນ

XS
SM
MD
LG