ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປົກປ້ອງ ສິດທິມະນຸດ ປະນາມ ການອັດ ໂທລະພາບ Geo ຂອງ ປາກິສຖານ (ວີດີໂອ)


ພວກຄົນງານ ສະຖານີໂທລະພາບ Geo ຊຶ່ງເປັນໂທລະພາບ ທີ່ໃຫຍ່ທີ່ສຸດໃນປາກິສຖານ ໄປຮ່ວມການໂຮມຊຸມນຸມປະທ້ວງ ອົງການ PEMRA ທີ່ນະຄອນກາຣາຈີ ຫລັງຈາກ ອົງການດັ່ງກ່າວ ຍົກເລີກໃບອະນຸຍາດຂອງທາງສະຖານີ (22 ພຶດສະພາ 2014)
ພວກຄົນງານ ສະຖານີໂທລະພາບ Geo ຊຶ່ງເປັນໂທລະພາບ ທີ່ໃຫຍ່ທີ່ສຸດໃນປາກິສຖານ ໄປຮ່ວມການໂຮມຊຸມນຸມປະທ້ວງ ອົງການ PEMRA ທີ່ນະຄອນກາຣາຈີ ຫລັງຈາກ ອົງການດັ່ງກ່າວ ຍົກເລີກໃບອະນຸຍາດຂອງທາງສະຖານີ (22 ພຶດສະພາ 2014)
ບັນດາ ກຸ່ມປົກປ້ອງສິດທິມະນຸດ ປະນາມການເຄື່ອນໄຫວ ໂດຍ
ອົງການຄຸ້ມຄອງສື່ມວນຊົນປາກິສຖານທີ່ໄດ້ສັ່ງໃຫ້ອົງການຂ່າວ
Geo ຊຶ່ງເປັນໂທລະພາບຂ່າວ ທີ່ໃຫຍ່ທີ່ສຸດໃນປາກິສຖານ ໂຈະ
ການປະຕິບັດງານເປັນການຊົ່ວຄາວຍ້ອນການຖົກຖຽງທີ່ພົວພັນ
ກັບອົງການສືບລັບ ທີ່ມີອິດທິພົນໃນປະເທດດັ່ງກ່າວ.

ຄະນະກຳມະການປົກປ້ອງນັກຂ່າວ ອົງການນິລະໂທດກຳສາກົນ
ແລະອົງການນັກຂ່າວບໍ່ມີພົມແດນຕ່າງກໍກ່າວວ່າ ການຕັດສິນໃຈ
ທີ່ວ່ານີ້ ແມ່ນບ່ອນທຳລາຍຕໍ່ສິດເສລີພາບດ້ານຂ່າວສານຢູ່ໃນປາ
ກິສຖານ.

ໃນວັນສຸກວານນີ້ ອົງການຄຸ້ມຄອງສື່ມວນຊົນອີເລັກໂທຣນິກ ຂອງປາກິສຖານ ຫຼື PEMRA ກ່າວວ່າ ຕົນໄດ້ຖອນໃບອະນຸຍາດການປະຕິບັດງານ ຂອງໂທລະພາບ Geo ໃນທັນທີເປັນ ເວລາ 15 ມື້ ພ້ອມທັງປັບໃໝບໍລິສັດດັ່ງກ່າວ 100 ພັນໂດລາ ທີ່ໄດ້ລະເມີດກົດລະບຽບ.

ກ່ອນໜ້ານີ້ໂທລະພາບ Geo ກ່າວວ່າ ຕົນໄດ້ຟ້ອງອົງການ PEMRA ອົງການສືບລັບປາກິສ ຖານຫຼື ISI ແລະກະຊວງປ້ອງກັນປະເທດ ໃນຂໍ້ຫາໃສ່ຮ້າຍປ້າຍສີ. ໂທລະພາບ Geo ກ່າວ ວ່າ ຕົນໄດ້ຖືກໃສ່ຮ້າຍ ໂດຍການກ່າວຫາ ຂອງພະແນກການເຫຼົ່ານີ້ວ່າ ອອກລາຍການທີ່ຕໍ່ຕ້ານປາ ກິສຖານ.

ທ່ານ Bob Dietz ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງຄະນະກຳມະການປົກປ້ອງນັກຂ່າວ ກ່າວ ຕໍ່ວິທະຍຸ Deewa ຂອງວີໂອເອວ່າ ປາກົດວ່າການສັ່ງໃຫ້ຢຸດ ປະຕິບັດງານຂອງໂທລະພາບ Geo ແມ່ນເປັນການເອົາບາດກ້າວທີ່ຮຸນແຮງເກີນໄປ ຂອງລັດຖະບານ. ທ່ານເວົ້າວ່າ ລັດຖະ ບານໄດ້ທຳການແກ້ແຄ້ນຕໍ່ສະຖານີໂທລະພາບດັ່ງກ່າວກ່ຽວກັບເລື່ອງການຍິງທ່ານ Hamid Mir ນັກຂ່າວອະວຸໂສ ຂອງໂທລະພາບ Geo ໃນເດືອນເມສາຜ່ານມາ.

ໂທລະພາບ Geo ໄດ້ລາຍງານຂ່າວ ໂດຍກ່າວຫາ ອົງການສືບລັບປາກິສຖານວ່າ ເປັນຜູ້ຢູ່ ເບື້ອງຫຼັງການຍິງທ່ານ Mir ຊຶ່ງເວົ້າວ່າ ເປັນການພະຍາຍາມລອບສັງຫານ. ໃນເວລາຕໍ່ມາ ໂທລະພາບ Geo ເວົ້າວ່າ ການອອກອາກາດຂອງຕົນ ໄດ້ຖືກສະກັດກັ້ນໂດຍບໍລິສັດເຄເບີ້ລ ເກືອບ 90 ເປີເຊັນ ຢູ່ໃນປາກິສຖານ ເຖິງແມ່ນວ່າ ໂທລະພາບດັງກ່າວ ໄດ້ຂໍຂະມາໂທດໄປ ແລ້ວ ກ່ຽວກັບການກ່າວຫາທີ່ວ່າ ໜ່ວຍສືບລັບປາກິສຖານ ເປັນຜູ້ຢູ່ເບື້ອງຫຼັງການໂຈມຕີນັ້ນ ກໍຕາມ.
PAKISTAN MEDIA SOTVO
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG