ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຜູ້ວາງລະເບີດ ສະຫຼະຊີບ ສັງຫານ 15 ຄົນ ໃນປາກິສຖານ ລວມທັງ ທ່ານ Shuja Khanzada


ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​
ແຂວງປັນ​ຈາບ ທ່ານ Shuja Khanzada
ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​ ແຂວງປັນ​ຈາບ ທ່ານ Shuja Khanzada

ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​ແຂວງປັນ​ຈາບ
ທີ່​ມີ​ປະຊາ​ກອນ​ໜາ​ແໜ້ນ ຂອງປາ​ກິ​ສຖານ ​ໄດ້​ຖືກ​ສັງຫານ​
ໃນ​ການ​ໂຈມ​ຕີ​ສະຫຼະຊີບ.

ທີ່​ປຶກສາ​ກ່ຽວ​ກັບ​ດ້ານ​ສາທາລະນະ​ສຸກ ສຳລັບ​ລັດຖະບານ​ແຂວງ
​ປັນ​ຈາບ ທ່ານ Saeed Elahi ກ່າວ​ຜ່ານ​ທາງ​ໂທລະພາບ ​ຂອງ​
ທາງ​ການ​ລັດ ວ່າ ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​
ແຂວງປັນ​ຈາບ ທ່ານ Shuja Khanzada ​ແມ່ນ​ລວມຢູ່​ໃນ​ຜູ້​ທີ່​
ຖືກ​ສັງຫານ ​ໃນ​ວັນ​ອາທິດ​ມື້​ນີ້. ​ຈຳນວນ​ຜູ້​ເສຍ​ຊີວິດ​ທີ່​ເປັນ​ທາງ
​ການ ​ແມ່ນ 9 ຄົນ ​ແລະ ພະນັກງານ​ກູ້​ໄພ ກ່າວ​ວ່າ ຕົວ​ເລກ​ນັ້ນ
​ມີ​ແນວ​ໂນ້ມວ່າ ຈະເພີ້ມຂຶ້ນ. ​ອີກຫຼາຍຄົນ​ຍັງຕົກ​ຄ້າງ​ຢູ່ພາຍ​ໃຕ້​ຊາກຫັກ​ພັງ​ຢູ່.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ມີຫຼາຍກວ່າ 30 ຄົນ​ ຢູ່​ໃນເຮືອນ​ຂອງ​ທ່ານ Khanzada
​ທີ່​ຕັ້ງຢູ່ເມືອງ Attock ໃນ​ທາງພາກ​ຕາ​ເວັນ​ຕົກສຽງ​ເໜືອ ​ໃນ​ເວລາ​ຜູ້​ວາງ​ລະ​ເບີດ​ສະຫຼະ
ຊີບ​ຄົນໜຶ່ງ ​ໄດ້​ເຂົ້າ​ໄປ​ໃນ​ສະຖານ​ທີ່​ນັ້ນ ​ແລ້ວ​ບີບ​ຂະ​ນວນ​ໃຫ້​ລະ​ເບີດ​ແຕກຂຶ້ນ ຫຼັງຈາກ
ບັນດາຍາມ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ແນມ​ເຫັນ​ຜູ້ກ່ຽວ ​ແລະ ​ໄດ້​ພະຍາຍາມ​ທີ່​ຈະ​ຢຸດຢັ້ງ
​ຜູ້ກ່ຽວນັ້ນ.

ຫຼາຍສິບຄົນ ລວມທັງເຈົ້າໜ້າທີ່ຕຳຫຼວດ ຫຼາຍຄົນ ຖືກຖົມຢູ່ໃຕ້ຊາກຫັກພັງ ຫຼັງຈາກ ລະເບີດແຕກຂຶ້ນຢ່າງແຮງ ໄດ້ກໍ່ໃຫ້ອາຄານດັ່ງກ່າວພັງທະລາຍລົງ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຫົວໜ້າ​ຜູ້​ຮັກສາ​ການທີ່​ເສຍ​ຊີວິດ​ນັ້ນ ​ແມ່ນໄດ້​ຮັບ​ການ​ຂົ່ມຂູ່​
ຈາກກຸ່ມ​ພວກ​ຫົວ​ຮຸນ​ແຮງ ຊູ​ນີ Lashkar-e-Jhangvi (LeV) ທີ່​ຮູ້​ກັນ​ດີ​ສຳ​ຫລັບ​ການ​
ໂຈມຕີ​ທີ່​ຮ້າຍ​ແຮງ​ເຖິງ​ແກ່​ຊີວິດ​ຕໍ່​ກຸ່ມ​ຊົນ​ເຜົ່າ​ນ້ອຍ​ຊາວ​ຊີ​ໄອ້ມຸສລິມ ຢູ່​ໃນ​ປາ​ກິ​ສຖານ.
​ເມື່ອ​ທ້າຍ​ເດືອນ​ຜ່ານ​ມາ ຕຳຫລວດ​ຕໍ່ຕ້ານ​ການກໍ່ການ​ຮ້າຍ​ໃນ​ປັນ​ຈາບ ​ໄດ້​ສັງຫານ ນາຍ
​Malik Ishaq ຜູ້​ເປັນ​ຫົວໜ້າ​ກຸ່ມ​ຜິດ​ກົດໝາຍ​ດັ່ງກ່າວ ​ແລະ ທ່ານ Khanzada ​ໄດ້​ເປີດ
​ເຜີຍ​ລາຍ​ລະອຽດ​ຕ່າງໆ​ ຂອງ​ການ​ປະຕິບັດ​ການ​ນັ້ນ ​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ.

ທ່ານ Khanzada ​ໄດ້​ນຳພາປະຕິ​ບັດ​ການ ດ້ານຄວາມ​ປອດ​ໄພ ເພື່ອຕໍ່ຕ້ານພວກ​ຫົວ​
ຮຸນ​ແຮງ ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ທາ​ລີ​ບານ​ໃນ​ປາ​ກິ​ສຖານ ​ແລະ ກຸ່ມ al-Qaida ​ໃນ​
ແຂວງປັນ​ຈາບ.

ບັນດາ​ເຈົ້າໜ້າ​ທີ່ ສົງ​ໄສ​ວ່າ ການໂຈມ​ຕີ​ຢູ່ໃນ ​ເຂດ Shadi Khan ຊຶ່ງ​ເປັນບ້ານ​ເກີດ​ຂອງ
​ທ່ານ Khanzada ນັ້ນ ອາດ​ເປັນ​ການ​ລ້າງ​ແຄ້ນ ສຳ​ຫລັບ ປະຕິບັດ​ການ​ຕໍ່ຕ້ານ​ພວກ​ຫົວ
​ຮຸນ​ແຮງ ຂອງ​ທ່ານ​ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ທ່າ​ນນີ້.

Pakistan
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG