ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

20 ກວ່າຄົນ ເສຍຊີວິດ ໃນການໂຈມຕີ ຢູ່ປາກິສຖານ


ແຜນທີ່ແຂວງ Khyber Pakhtunkhwa ຂອງປາກິສຖານ
ແຜນທີ່ແຂວງ Khyber Pakhtunkhwa ຂອງປາກິສຖານ
ເຈົ້າໜ້າທີ່ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານກ່າວວ່າ
ພວກກະບົດໄດ້ໂຈມຕີດ່ານກວດແຫ່ງນຶ່ງຂອງພວກທະຫານແລະ
ໄດ້ສັງຫານ ພວກເຈົ້າໜ້າທີ່ຮັກສາຄວາມສະຫງົບຢ່າງໜ້ອຍ 13
ຄົນແລະພົນລະເຮືອນອີກ 10 ຄົນຮວມທັງພວກແມ່ຍິງແລະເດັກ
ນ້ອຍ.

ເຈົ້າໜ້າທີ່ເວົ້າວ່າ ດ່ານກວດຂອງທະຫານແຫ່ງນີ້ ຊຶ່ງຕັ້ງຢູ່ທີ່ເມືອງ
Serai Naurang ໃນແຂວງ Khyber Pakhtunkhwa ໄດ້ຖືກ
ໂຈມຕີ ໃນຕອນເຊົ້າມືດຂອງວັນເສົາມື້ນີ້.

ເຈົ້າໜ້າທີ່ຮັກສາຄວາມສະຫງົບ ເວົ້າວ່າ ມີພວກຫົວຮຸນແຮງ 12
ຄົນໄດ້ຖືກຂ້າຕາຍໃນການໂຈມຕີດັ່ງກ່າວ.

ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີທີ່ວ່ານີ້.

ໂຄສົກຄົນນຶ່ງ ຂອງກຸ່ມຕາລີບານເວົ້າວ່າ ພວກໂຈມຕີສະລະຊີບ 4 ຄົນໄດ້ບຸກດ່ານກວດ ຂອງທະຫານໃນວັນເສົາມື້ນີ້. ໂຄສົກເວົ້າຕື່ມວ່າ ການໂຈມຕີທີ່ວ່ານີ້ ແມ່ນເພື່ອເປັນການ ຕອບໂຕ້ ຕໍ່ການສັງຫານຜູ້ບັນຊາການຕາລີບານ 2 ຄົນ ເມື່ອໄວໆມານີ້ໂດຍເຮືອບິນບໍ່ມີ ຄົນຂັບຂອງສະຫະລັດ.

ກ່ຽວຂ້ອງກັນ

XS
SM
MD
LG