ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ສະແດງ ຄວາມເປັນຫ່ວງ ຫຼັງຈາກ ການໃຫ້ຄວາມເຫັນ ຂອງທຳນຽບຂາວ


ຮູບພາບຮົ້ວຊາຍແດນ ຢູ່ນອກປ້ອມຍາມກິດຕັນ ຕິດກັບ ຊາຍແດນປາກິສຖານ ໃນເຂດວາຊີຣິສຕານເໜືອ.
ຮູບພາບຮົ້ວຊາຍແດນ ຢູ່ນອກປ້ອມຍາມກິດຕັນ ຕິດກັບ ຊາຍແດນປາກິສຖານ ໃນເຂດວາຊີຣິສຕານເໜືອ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ປາ​ກິ​ສຖານ ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບຄຳຖະແຫຼງ
ຂອງ​ທຳນຽບຂາວ ທີ່ກ່າວ​ວ່າ ກອງທັບ​ສະຫະລັດ​ໄດ້​ຮັບອະນຸຍາດ​ໃຫ້​ກຳຈັດ​ບ່ອນຫລົບ
ລີ້​ ພວກ​ຫົວ​ຮຸນ​ແຮງ ຢູ່​ໃນ​ປາ​ກິ​ສຖານ.

ຖະ​ແຫລ​ງການ​ຂອງ​ທຳນຽບຂາວ​ໄດ້ພິມ​ເຜີຍ​ແຜ່​ ໃນ​ຕອນ​ແລງ​ວັນ​ອັງຄານຜ່ານມາຢູ່ໃນ
ອີແມລ ທີ່ສົ່ງໃຫ້ພວກ​ນັກ​ຂ່າວ ກ່ຽວກັບຄວາມສຳເລັດໃນນະ​ໂຍບາຍ​ການຕ່າງປະ​ເທດ​ຂອງປະທານາທິບໍດີ ດໍໂນ​ລ ທຣໍາ ໃນ​ປີ​ທຳ​ອິດຂອງການດຳ ລົງຕຳແໜ່ງປະທານາທິບໍດີ.

ຖະ​ແຫລ​ງການ​ຂອງ​ທຳນຽບຂາວ​ອ່ານ​ວ່າ “​ຍຸດ​ທະ​ສາດທີ່ອີງຕາມສະພາບການ ຕໍ່ເຂດ
​ເອ​ເຊຍໃຕ້​ຂອງປະທານາທິບໍດີ​ທຣໍາ ​ໄດ້ມອບອຳນາດ ແລະຊັບຍາກອນ ທີ່ຈຳເປັນ ໃຫ້​ພວກຜູ້ບັນຊາການ ​ເພື່ອ​ປະຕິ​ເສດ​ບໍ່ໃຫ້​ພວກ​ກໍ່​ການ​ຮ້າຍ ມີບ່ອນຫລົບລີ ທີ່​ເຂົາ​ເຈົ້າ​
ຊອກ​ຫາ​ ຢູ່​ໃນ​ອັຟກາ​ນິສຖານ ​ແລະ​ປາ​ກິ​ສຖານ.”

ຢູ່​ໃນ​ການ​ສຳພາດ​ກັບ ວີ​ໂອ​ເອ ພະ​ແນ​ກພາສາເອີ​ດູນັ້ນ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​
ປາ​ກິ​ສຖານ ທ່ານ​ກູຣາມ ດັສຕ໌​ເກີ ຄານ ກ່າວ​ວ່າ ​ໄດ້​ຖືກເອົາ​ຄຳ​ຖະ​ແຫລ​ງ “ຢ່າງ​ຈິງຈັງ
ເປັນທີ່ສຸດ.” vk[]\\\\

ທ່ານດັສຕ໌​ເກີ ກ່າວ​ວ່າ “ພວກ​ເຮົາ​ຕ້ອງການ​ຢາກ​ໃຫ້​ເປັນ​ທີ່​ຈະແຈ້ງ​ຕໍ່​ສະຫະລັດ ວ່າ
ປາ​ກິ​ສຖານ​ເປັນ​ປະ​ເທດທີ່ມີ​ອະທິປະ​ໄຕ ​ແລະ​ອະທິປະ​ໄຕຂອງປະເທດຈະຕ້ອງ​ໄດ້
ຮັບການເຄົາລົບ.”

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ ປາ​ກິ​ສຖານ ທ່ານ​ກູຣາມ ດັສຕ໌​ເກີ ຄານ.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ ປາ​ກິ​ສຖານ ທ່ານ​ກູຣາມ ດັສຕ໌​ເກີ ຄານ.

ທ່ານ​ກ່າວ​ເພີ້​ມອີກ​ວ່າ “​ແທນ​ທີ່​ຈະໃຊ້​ຄຳ​ເວົ້າ​ເຫລົ່າ​ນີ້ ຊຶ່ງ​ອາດ​ຕີ​ຄວາມ​ໝາຍໄດ້​ ຫລາຍ​
ທາງ ປາ​ກິ​ສຖານ​ຄວນຈະໄດ້ຮັບການ​ປຶກສາ. ຄຳຖະ​ແຫລ​ງແບບ​ນີ້​ພວມ ເຮັດໃຫ້​ພວກ
​ເຮົາ​ຫັນໜ້າໄປ​ຈາກ​ສັນຕິພາບ​ໃນ​ອັ​ຟການິສຖານ.”

ພວກສະໜັບສະໜູນກູ່ມສາສະໜາ ເດີນປະທ້ວງ ປະທານາທິບໍດີ ດໍໂນລ ທຣໍາ ທີ່ເມືອງລາຮໍ ປາກິສຖານ.
ພວກສະໜັບສະໜູນກູ່ມສາສະໜາ ເດີນປະທ້ວງ ປະທານາທິບໍດີ ດໍໂນລ ທຣໍາ ທີ່ເມືອງລາຮໍ ປາກິສຖານ.

​ຢູ່ໃນ​ການຖະແຫຼງ​ຂ່າວ ທີ່​ທຳນຽບຫ້າ​ແຈ​ໃນ​ພະວັນ​ພະຫັດ​ວານ​ນີ້ ຫົວໜ້າທີ່​ປຶກ ສາ
ຮ່ວມທະຫານ​ມາຣິນ ພົນ​ໂທເຄນ​ແນັຕ ​ແມັກ​ເຄນ​ຊີ ກ່າວ​ວ່າ ກອງທັບ​ສະຫະລັດ “​ບໍ່​ມີແຜນການທີ່ຈະປະ​ຕິ​ບັດ​ງານທາງທະຫານ​ຢູ່​ໃນ​ປາ​ກິ​ສຖານ.”

ນາຍ​ພົນ​ແມັກ​ເຄນ​ຊີ ກ່າວ​ວ່າ “ໂດຍຜ່ານມາດ​ຕະການ​ຕ່າງໆ ພວກ​ເຮົາພວມຊອກຫາ
ທາງ ເພື່ອໃຫ້ໄດ້​ຮັບ​ການ​ຮ່ວມ​ມື​ແລະ​ການ​ຊ່ວຍ​ເຫລືອຈາກ​ປາ​ກິ​ສຖານ​ໃນ​ຂະນະ​ທີ່​
ພວກ​ເຮົາສືບຕໍ່ ການ​ປະຕິບັດ​ງານ​ ຢູ່ໃນ​ອັຟກາ​ນິສຖານ ​ແຕ່​ວ່າ ບໍ່ ພວກ​ເຮົາ​ບໍ່​ມີ​ແຜນ
ການ ທີ່​ຈະ​ປະ​ຕິ​ບັດ​ງານ​ທາງ​ທະຫານ ​ຢູ່​ໃນ​ປາ​ກິ​ສຖານ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG