ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ກຳລັງ ພິຈາລະນາ ເຂົ້າຮ່ວມກັບ ຊາອູດີ ອາເຣເບຍ ທຳການໂຈມຕີ ທີ່ເຢເມັນ


 ລົດຫຸ້ມເກາະຄັນໜຶ່ງ ແລ່ນຢູ່ໃນບໍລິເວນທຳນຽບປະທານາທິບໍດີ
ທີ່ນະຄອນຫຼວງຊານາອາ ວັນທີ 2 ເມສາ 2015.
ລົດຫຸ້ມເກາະຄັນໜຶ່ງ ແລ່ນຢູ່ໃນບໍລິເວນທຳນຽບປະທານາທິບໍດີ ທີ່ນະຄອນຫຼວງຊານາອາ ວັນທີ 2 ເມສາ 2015.

ທ່ານ Khawaja Muhammas Asif ລັດຖະມົນຕີ​ປ້ອງ​ກັນ​
ປະ​ເທດ​ປາ​ກິ​ສຖານ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຊາ​ອູ​ດີ​ ອາ​ເຣ​ເບຍ
​ໄດ້​ຂໍ​ຮ້ອງ​ໃຫ້​ກອງ​ທັບ​ປາ​ກິ​ສຖານ ສົ່ງ​ທະຫານພາກ​ພື້ນ​ດິນ
ພ້ອມ​ດ້ວຍເຮືອບິນ​ແລະ​ກຳ​ປັ່ນ​ລົບ ​ໄປຊ່ອຍໃນ​ການ​ສູ້​ລົບ
ຂອງ​ກຸ່ມ​ປະສົມ ກັບ​ພວກກະບົດ​ຢູ່​ໃນ ​ເຢ​ເມັນ​ນັ້ນ.

ທ່ານ Muhammas Asif ກ່າວ​ເຊັ່ນ​ນີ້ ​ໃນ​ການ​ລິ​ເລີ້ມ​ການ
​ອະພິປາຍ​ກັນ​ຢູ່​ໃນ​ລັດຖະສະພາ ກ່ຽວ​ກັບ​ວ່າ​ຈະ​ເຂົ້າ​ຮ່ວມ
ໃນຄວາມ​ພະຍາຍາມ​ໃນ​ການ​ຕໍ່ສູ້​ກັບພວກ​ກະບົດ​ຮູ​ຕີ ພາຍ
​ໃຕ້​ການ​ນຳພາ​ຂອງ Saudi Arabia ທີ່ເລີ້ມມາ​ໄດ້​ເກືອ​ບ
2 ອາທິດ​ແລ້ວ ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ ​ໃນ​ການ​ສະ
ໜັບສະ​ໜຸນ​ ປະທານາທິບໍດີ Abd-Rabbu Mansour Hadi ​ແຫ່ງ​ເຢ​ເມັນ ທີ່​ໄດ້​ຫຼົບໜີ​ອອກຈາກ​ປະ​ເທດ​ໄປ​ໃນ​ເດືອນ​ແລ້ວ​ນີ້ ​ແລະ​ໄປອາ​ໄສ​ຢູ່​ໃນ​ນະຄອນຫຼວງ Riyadh ຂອງ
ຊາ​ອູ​ດີ ​ອາ​ເຣ​ເບຍ.

ປາ​ກິ​ສຖານ​ໄດ້​ຮັບປາກທີ່​ຈະ​ໃຫ້ການ​ສະໜັບສະ​ໜຸນ​ຄວາມ​ພະຍາ​ຍາມ ​ດັ່ງກ່າວ​ໂດຍລວ​ມ ​
ແຕ່​ຍັງ​ບໍ່​ທັນ​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ ທີ່​ຈະ​ທຳການ​ເຄື່ອນໄຫວ ຫລື​ໃຫ້ການ​ຊ່ອຍ​ເຫຼືອທີ່​ເຈາະ​
ຈົງໃດໆ. ນາຍົກລັດຖະມົນຕີ Nawaz Sharif ​ໄດ້​ກ່າວວ່າ ​ທ່ານ​ຈະ​ປ້ອງ​ກັນ Saudi Arabia ຈາກ​ການ​ໂຈມ​ຕີຈາກ​ພາຍ​ນອກ. ການ​ຕໍ່ສູ້​ກັບ​ພວກ​ກະບົດ​ຮູ​ຕີ ທີ່​ໄດ້​ຍຶດ​ເອົາ
ນະຄອນຫຼວງ​ຂອງ​ເຢ​ເມັນໃນ​ເດືອນ​ກັນຍາ​ຜ່ານ​ມາ ກ່ອນ​ຈະບຸກຄືບ​ໜ້າ​ໄປ​ຍັງ​ເມືອງ Aden ​ໃນ​ພາກ​ໃຕ້​ຂອງ​ເຢ​ເມັນ​ໃນ​ເດືອນ​ແລ້ວ​ນີ້ ​ແມ່ນ​ຮວມທັງ​ການ​ໂຈມ​ຕີຂອງ​ພວກ​ກະບົດ ຢູ່​ຕາມ
ດ່ານ​ຂ້າມ​ຊາຍ​ແດນ​ແຫ່ງ​ຕ່າງໆ​ຂອງ Saudi Arabia ນັ້ນ.

Yemen Airstrike
please wait
Embed

No media source currently available

0:00 0:01:19 0:00

ໃນ​ຂະນະ​ທີ່​ການ​ສູ້​ລົບ​ກັນ ລະຫວ່າງ​ພວກ​ກະບົດ​ຮູ​ຕີ ​ແລະ​ພວກ​ກຳ​ລັງ​ທີ່​ນິຍົມ​ຝ່າຍລັດ
ຖະບານ​ດຳ​ເນີນ​ສືບ​ຕໍ່​ໄປ ສະພາກາ​ແດງ​ສາກົນກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ບໍ່​ສາມາດຈັດ
​ສົ່ງ​ສະບຽງການ​ແພດ ​ປະມານ 48 ຕັນ​ ທີ່ໄດ້ຕຽມ​ໄວ້​ເພື່ອ​ສົ່ງ​ໃຫ້ເຢ​ເມັນນັ້ນ. ສະພາກາ
​ ແດງ​ເວົ້າຕື່ມ​ວ່າ ຕົນ​ໄດ້​ຮັບ​ການ​ອະນຸມັດ​ແລ້ວ ​ແຕ່​ຄວາມ​ເປັນ​ຫ່ວງ​ດ້ານ​ພະລາທິການ
​ກ່ຽວ​ກັບ​ການບິນ​ເຂົ້າ​ໄປ​ໃນ​ປະ​ເທດ ​ທີ່​ໄດ້​ຮັບ​ຄວາມເສຍ​ຫາຍ​ຈາກ​ສົງຄາມນັ້ນ ກຳລັງ
ຖ່ວງ​ດຶງ​ຂັ້ນ​ຕອນ​ນີ້​ໄວ້​.

Pakistan Walks Tightrope as Saudis Request Support in Yemen
please wait

No media source currently available

0:00 0:02:55 0:00

XS
SM
MD
LG