ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

60 ຄົນ ເສຍຊີວິດ ໃນການໂຈມຕີ ວັດຄຣິສຕຽນ ຢູ່ ປາກີສຖານ (ວີດີໂອ)


ປະຊາຊົນ ທີ່ອັ່ງອໍກັນ ຢູ່ໜ້າບໍລິເວນວັດຊາວ Christian ບ່ອນທີ່
ເກີດເຫດລະເບີດ
ປະຊາຊົນ ທີ່ອັ່ງອໍກັນ ຢູ່ໜ້າບໍລິເວນວັດຊາວ Christian ບ່ອນທີ່ ເກີດເຫດລະເບີດ
​ເຈົ້າໜ້າ​ທີ່​ປາ​ກີ​ສຖານ​ເວົ້າ​ວ່າ ມືລະ​ເບີດ​ສະຫຼະຊີ​ບສອງ​ຄົນ ​ໄດ້​ໂຈມ​ຕີ​ວັດ ​ແຫ່ງ​ນຶ່ງຂອງ​ສາສະໜາ​ຄຣິສ​ຢູ່​ເຂດພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 60 ຄົນ ​ແລະ​ບາດ​ເຈັບ​ອີກ ປະມານ 120 ຄົນ.

ຫົວໜ້າ​ໂຮງໝໍ​ທີ່ຢູ່ໃກ້​ບ່ອນ​ເກີດ​ເຫດ​ ທີ່​ຮັບ​ປິ່ນປົວ​ພວກ​ເຄາະ​ຮ້າຍ​ນັ້ນ ​ເວົ້າ ວ່າ ຫຼາຍຄົນ​ບາດ​ເຈັບ​ສາຫັດ ພວກ​ເຄາະ​ຮ້າຍຫຼາຍຄົນ​ເປັນ​ແມ່ຍິງ ​ແລະ ​ເດັກນ້ອຍ.

​ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ວັດ​ໃຫຍ່​ແຫ່ງ​ນຶ່ງ ​ໃນ​ຕົວ​ເມືອງ Peshawar ຂະ ນະ​ ທີ່​ພວກ​ໄປ​ວັດ​ທັງຫຼາຍ ກໍາລັງ​ອອກ​ຈາກ​ວັດ​ຫຼັງຈາກ ​ເສັດພິທີ​ສາສະໜາ​ແລ້​ວ. ມີປະ ຊາຊົນຈໍານວນຫຼາຍຮ້ອຍ​ຄົນຢູ່​ທີ່​ນັ້ນເວລາ​ເກີດ​ເຫດ​ດັ່ງ​ກ່າວ.

ເວລາ​ນີ້​ຍັງ​ບໍ່​ມີ​ກຸ່ມໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ກ່ຽວ​ກັບ​ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້ເທື່ອ.

ຜ່ານ​ມາ ພວກ​ອີສລາມ​ຫົວ​ຮຸນ​ແຮງ​ໃນ​ປາ​ກີ​ສຖານ ​ໄດ້​ທໍາ​ການ​ໂຈມ​ຕີ ຫຼາຍໆບັ້ນ ຕໍ່​ຊາວ​ຄຣີສຕຽນກຸ່ມ​ນ້ອຍ ​ແລະ​ຊາວ​ມຸສລິ​ມອື່ນໆ ທີ່​ພວກເຂົາ​ເຫັນ​ວ່າ ບໍ່​ປະຕິບັດ​ຕາມຫຼັກສາສະ ໜາ​ອິສລາມແທ້ໆນັ້ນ.

ເບິ່ງວີດີໂອ:

Pakistan Violence
please wait
Embed

No media source currently available

0:00 0:00:37 0:00
XS
SM
MD
LG