ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ 6 ຄົນ ຖືກຂ້າຕາຍ ໃນການໂຈມຕີ ຢູ່ປາກິສຖານ (ວີດີໂອ)


ແຜນທີ່ ປາກິສຖານ
ແຜນທີ່ ປາກິສຖານ
ພວກຫົວຮຸນແຮງກຸ່ມນຶ່ງ ໂຈມຕີຂະບວນລົດຕຳຫຼວດ ໃກ້ໆເມືອງ Peshawar ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານເຮັດ ໃຫ້ຕຳຫຼວດຢ່າງໜ້ອຍ 6 ຄົນເສຍຊີວິດ.

ນອກນັ້ນ ຍັງມີຕຳຫຼວດອີກຫຼາຍໆຄົນໄດ້ຮັບບາດເຈັບ ຮວມທັງ
ນາຍຕຳຫຼວດປະຈຳເມືອງ ໃນການໂຈມຕີ ຊຶ່ງມີຂຶ້ນໃນມື້ວັນສຸກ
ວານນີ້ ຢູ່ເທິງທາງຫຼວງ Indus. ລາຍງານຂ່າວທ້ອງຖິ່ນແຈ້ງວ່າ
ພວກຫົວຮຸນແຮງ ທີ່ມີປືນຍິງຈະຫຼວດໝາກປີ RPG ເປັນອາວຸດ
ໄດ້ດັກສະກັດ ໂຈມຕີຂະບວນລົດຕຳຫຼວດ ທີ່ໄປຈາກເມືອງ Pe-
shawar ຫາເມືອງ Kohat.

ຄົນຂັບລົດ ທີ່ໄດ້ຮັບບາດເຈັບຜູ້ນຶ່ງ ສາມາດໄປຮອດເມືອງ Kohat ພ້ອມກັບເຈົ້າໜ້າທີ່ຕຳ ຫຼວດບ່ອນທີ່ພວກເຂົາເຈົ້າໄດ້ຖືກສົ່ງໄປຮັບການປິ່ນປົວທີ່ໂຮງໝໍ. ມີການສົ່ງຕຳຫຼວດອີກຈຸ ນຶ່ງໄປຍັງບ່ອນເກີດເຫດ ຫຼັງຈາກມີການໂຈມຕີ.

ໃນຕອນເຊົ້າຂອງວັນສຸກວານນີ້ ມືປືນກຸ່ມນຶ່ງ ທີ່ບໍ່ຊາບຝ່າຍ ໄດ້ລະດົມຍິງເຂົ້າໃສ່ ຂະບວນ ລົດລຳລຽງຕູ້ຄອນເທນເນີ້ ຂອງອົງການເນໂຕ້ ໃນພາກຕາເວັນຕົກສຽງເໜືອ ຂອງປາກິສ- ຖານເຮັດໃຫ້ຄົນຂັບລົດຜູ້ນຶ່ງເສຍຊີວິດແລະອີກຄົນນຶ່ງບາດເຈັບ.

ທ່ານ Khan Dad ຊຶ່ງ ເປັນຕຳຫຼວດໃນເຂດຊົນເຜົ່າກ່າວວ່າ ມືປືນໄດ້ລະດົມຍິງມາຈາກພູ
ທີ່ຢູ່ໃກ້ຄຽງຂະນະທີ່ຂະບວນລົດແລ່ນຈາກອັຟການິສຖານເຂົ້າໄປໃນເຂດ Khyber ທີ່ວຸ້ນ ວາຍຂອງປາກິສຖານ.

ວີດີໂອ ຄວາມຮຸນແຮງ ຢູ່ປາກິສຖານ
please wait

No media source currently available

0:00 0:00:45 0:00
XS
SM
MD
LG