ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

10 ຄົນ ເສຍຊີວິດ ໃນການໂຈມຕີ ສະລະຊີບ ຢູ່ປາກິສຖານ (ສະໄລດ໌)


ເຈົ້າໜ້າທີ່ຮັກສາຄວາມສະຫງົບ ຢູ່ໃນບໍລິເວນ ທີ່ມີການໂຈມຕີ ສະລະຊີບ ໃນເມືອງ Peshawar ປະເທດ ປາກິສຖານ (29 ມີນາ 2013)
ເຈົ້າໜ້າທີ່ຮັກສາຄວາມສະຫງົບ ຢູ່ໃນບໍລິເວນ ທີ່ມີການໂຈມຕີ ສະລະຊີບ ໃນເມືອງ Peshawar ປະເທດ ປາກິສຖານ (29 ມີນາ 2013)
ເຈົ້າໜ້າທີ່ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານກ່າວວ່າ ການໂຈມຕີສະລະຊີບ ທີ່ແນເປົ້າໝາຍໃສ່ ຂະບວນລົດ ຜູ້ບັນຊາ
ການກຳລັງຮັກສາຄວາມສະຫງົບຄົນນຶ່ງເຮັດໃຫ້ມີຜູ້ເສຍຊີວິດ 10
ຄົນແລະມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 15 ຄົນ. ຜູ້ເສຍຊີວິດ
2 ຄົນເປັນແມ່ຍິງ.

ເຈົ້າໜ້າທີ່ກ່າວວ່າ ທ່ານ Abdul Majeed Marwat ຜູ້ບັນຊາການ ກຳລັງຮັກສາຄວາມສະຫງົບຊາຍແດນລອດຊີວິດມາໄດ້ຈາກການ
ໂຈມຕີທີ່ເມືອງ Peshawar ໃນວັນສຸກມື້ນີ້ໃກ້ໆກັບກົງສຸນຂອງສະ
ຫະລັດ.

ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ.

ໂຄສົກຄົນນຶ່ງຂອງກຸ່ມຕາລີບານປາກິສຖານ ກ່າວຕໍ່ວີໂອເອວ່າ ການໂຈມຕີທີ່ວ່ານີ້ແມ່ນເພື່ອ ຕອບໂຕ້ຕໍ່ການປະຕິບັດງານຂອງພວກທະຫານ ທີ່ໄດ້ໂຈມຕີຖານທັບຂອງພວກເຂົາເຈົ້າ ໃນ ເຂດຊົນເຜົ່າ.

ເມືອງ Peshawar ຕັ້ງຢູ່ຕິດກັບເຂດຊົນເຜົ່າ ເຄິ່ງປົກຄອງຕົນເອງຂອງປາກິສຖານ ຊຶ່ງເປັນ ບ່ອນຫຼລົບລີ້ ຂອງພວກຫົວຮຸນແຮງຕາລີບານ ໃນປະເທດດັ່ງກ່າວ. ກຸ່ມຕາລີບານໃນປາກິສ ຖານເປັນຜູ້ທຳການໂຈມຕີດ້ວຍລະເບີດຢູ່ຕາມຫົວເມືອງຕ່າງໆ ທີ່ແນເປົ້າໝາຍໃສ່ທັງກຳລັງ ຮັກສາຄວາມສະຫງົບແລະພົນລະເຮືອນ.

XS
SM
MD
LG