ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງພິເສດປາກິສຖານ 21 ຄົນ ທີ່ຖືກລັກພາຕົວໄປ ຖືກຂ້າຕາຍ


ແຜນທີ່ເຂດຊົນເຜົ່າ ຊຶ່ງເປັນເຂດແນວໜ້າ ຫລື Frontier Region ຂອງປາກິສຖານ ທີ່ມີຊາຍແດນຕິດກັບອັຟການິສຖານ ບ່ອນທີ່ສະມາຊິກຂອງກອງກໍາລັງພິເສດເຄິ່ງທະຫານ 23 ຄົນ ຖືກພວກຫົວຮຸນແຮງ ລັກພາຕົວໄປ.
ແຜນທີ່ເຂດຊົນເຜົ່າ ຊຶ່ງເປັນເຂດແນວໜ້າ ຫລື Frontier Region ຂອງປາກິສຖານ ທີ່ມີຊາຍແດນຕິດກັບອັຟການິສຖານ ບ່ອນທີ່ສະມາຊິກຂອງກອງກໍາລັງພິເສດເຄິ່ງທະຫານ 23 ຄົນ ຖືກພວກຫົວຮຸນແຮງ ລັກພາຕົວໄປ.
ບັນດາ​ເຈົ້າ​ໜ້າ​ທີ່ປາ​ກິ​ສຖານກ່າວ​ວ່າ ​ໄດ້​ມີ​ການ​ພົບ​ເຫັນສະ
ມາ​ຊິກ​ຂອງກອງ​ກໍາລັງ​ພິ​ເສດ​ເຄິ່ງທະຫານ 21 ຄົນ ​ໃນ​ຈໍານວນ
23 ຄົນ ທີ່ຖືກພວກຫົວຮຸນແຮງ ລັກພາຕົວ​ໄປ ໃນວັນພະຫັດ
ຜ່ານມາຢູ່ໃກ້ ເມືອງ Peshawar ນັ້ນ ​ໃນ​ສະ​ພາບ​ຖືກຍິງຕາຍ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທະານ​ສອງ​ຄົນ​ລອດ​ຊີວິດ​ມາ​ໄດ້ ຊຶ່ງ​ຜູ້​ນຶ່ງ
​ຖືກ​ພົບ​ເຫັນ​ຍັງ​ມີ​ຊີວິດ​ຢູ່​ແຕ່​ບາດ​ເຈັບ ​ແລະ​ໄດ້​ຖືກ​ນໍາ​ສົ່ງ​ໂຮງ
ໝໍ​ເພື່ອ​ປິ່ນປົວ​ແລ້ວ. ສ່ວນ​ອີກ​ຄົນ​ນຶ່ງ​ຫລົບໜີ​ອອກ​ມາ​ເອງ​ໄດ້.
ພວກ​ຕາ​ລີ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ສໍາລັບ​ການ​ລັກ
ພາ​ໂຕ​ພວກ​ທະຫານ​ເຫລົ່າ​ນັ້ນ​ໄປ.

ໂຄສົກຂອງລັດຖະບານທ້ອງຖິ່ນ ທ່ານ Naveed Akbar Khan
ເວົ້າ ວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນສົບພວກ​ເສຍ​ຊີວິດໃນເຊົ້າວັນ
ອາທິດມື້ນີ້ ຢູ່ ໃນເຂດ Jabai ຂອງເຂດແນວໜ້າ ຫລື Frontier Region ໃກ້ກັບເມືອງ Peshawar.

ພວກກ່ຽວ​ໄດ້​ຖືກ​ຈັບ​ໂຕ​ໄປ ໃນຕອນເຊົ້າວັນພະຫັດຜ່ານມາ ​ເວລາພວກຫົວຮຸນແຮງ ທີ່ ຕິດອາວຸດຢ່າງໜັກທໍາ​ການໂຈມຕີດ່ານຍາມ ຊາຍແດນ ສອງແຫ່ງ ຢູ່ໃນແຂວງ Paktunkhwar.
XS
SM
MD
LG