ບັນດາເຈົ້າໜ້າທີ່ ຢູ່ພາກຕາເວັນຕົກສຽງເໜືອຂອງປາກິສຖານ
ກ່າວວ່າ ໄດ້ເກີດເຫດລະເບີດ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ
ແລະ ຫລາຍກວ່າ 40 ຄົນໄດ້ຮັບບາດເຈັບ.
ບັນດາເຈົ້າໜ້າທີ່ ກ່າວວ່າ ລະເບີດໄດ້ແຕກຂຶ້ນຢູ່ໃນຕະຫລາດ
ໃນວັນຈັນມື້ນີ້ ຢູ່ໃກ້ກັບໂຮງການຂອງລັດຖະບານຢູ່ໃນເມືອງ
Jamud ຊຶ່ງເປັນສ່ວນຊຶ່ງຂອງເຂດຊົນເຜົ່າ Khyber. ເຈົ້າໜ້າ
ທີ່ກ່າວວ່າ ມີຮ້ານຄ້າຈໍານວນນຶ່ງແລະລົດລາຫລາຍຄັນ ໄດ້ຮັບ
ຄວາມເສຍຫາຍໜັກຈາກການວາງລະເບີດດັ່ງກ່າວ.
ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ສໍາລັບການໂຈມຕີຄັ້ງນີ້
ເທື່ອ. ຂົງເຂດ Khyber ແມ່ນບ່ອນຢູ່ອາໄສຂອງກຸ່ມກໍ່ການຮ້າຍ
ອິສລາມ ຫລາຍໆກຸ່ມ ຮວມທັງພວກຕານລິບານໃນປາກິສຖານ
ທີ່ໄດ້ທໍາການຕໍ່ສູ້ ຢ່າງນອງເລືອດ ຕ້ານກັບລັດຖະບານມາເປັນເວລາຫລາຍປີ.
ປະມວນພາບເຫດລະເບີດແຕກໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ: