ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

13 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ຢູ່ປາກິສຖານ


ທະຫານພວມກວດກາເບິ່ງບ່ອນທີ່ມີການໂຈມຕີດ້ວຍລະເບີດ ທີ່ເມືອງ Darra Adam Khel ທີ່ແຂວງ Khyber Pakhtunkhwa ທີ່ຕິດກັບອັຟການິສຖານ (13 ຕຸລາ 2012)
ທະຫານພວມກວດກາເບິ່ງບ່ອນທີ່ມີການໂຈມຕີດ້ວຍລະເບີດ ທີ່ເມືອງ Darra Adam Khel ທີ່ແຂວງ Khyber Pakhtunkhwa ທີ່ຕິດກັບອັຟການິສຖານ (13 ຕຸລາ 2012)
ເຈົ້າໜ້າທີ່ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານກ່າວວ່າ
ໄດ້ມີການໂຈມຕີ ດ້ວຍລະເບີດສະຫຼະຊີບ ທີ່ຕະຫຼາດແຫ່ງນຶ່ງ ຊຶ່ງ
ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 13 ຄົນແລະໄດ້ຮັບບາດເຈັບ
ອີກຈຳນວນນຶ່ງ.

ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີດັ່ງກ່າວ ໄດ້ມີຂຶ້ນທີ່ເມືອງ Darra
Adam Khel ຊຶ່ງເປັນທີ່ປະກົດວ່າ ໄດ້ແນເປົ້າໝາຍ ໃສ່ກຳລັງ
ທະຫານບ້ານທີ່ນິຍົມລັດຖະບານທີ່ໄດ້ສ້າງຕັ້ງຂຶ້ນມາເພື່ອສູ້ລົບ
ກັບພວກຕາລີບານນັ້ນ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອກ່ຽວກັບການ
ໂຈມຕີສະຫຼະຊີບໃນຄັ້ງນີ້.
XS
SM
MD
LG