ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງໃນປາກິສຖານ


ມີການນັດຢຸດງານຂະໜາດໃຫຍ່ ທີ່ເມືອງ Quetta ຫົວເມືອງໃນພາກຕາເວັນຕົກສຽງໃຕ້ ຂອງປາກິສຖານ ລຸນຫລັງທີ່ໄດ້ມີ ການໂຈມຕີດ້ວຍລະເບີດສະລະຊີບ ໃນມື້ວັນສຸກວານນີ້ ທີ່ແນໃສ່ພວກ ນັບຖືສາສະໜາກຸ່ມນ້ອຍ ຄືຊາວຊີໄອທ໌ ແລະເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 57 ຄົນ.

ນອກນັ້ນ ຍັງມີອີກ 160 ກວ່າຄົນ ໄດ້ຮັບບາດເຈັບ ຍ້ອນເຫດລະເບີດ ຢູ່ບ່ອນໂຮມຊຸມນຸມ ຂອງຊາວຊີໄອທ໌ ທີ່ຮຽກໃຫ້ມີຂຶ້ນ ເພື່ອສະແດງອອກ ເຖິງຄວາມສາມັກຄີ ແລະເປັນນໍ້ານຶ່ງໃຈດຽວ ກັບຊາວປາແລສໄຕນ໌ນັ້ນ.

ກຸ່ມທາລີບານໃນປາກິສຖານ ກ່າວວ່າ ຕົນເປັນຜູ້ຮັບຜິດຊອບ ໃນການໂຈມຕີທີ່ເມືອງ Quetta ແລະການໂຈມຕີ ດ້ວຍລະເບີດ 3 ລູກ ຕໍ່ຂະບວນແຫ່ທາງສາສະໜາ ຂອງຊາວໄອທ໌ ທີ່ນະຄອນລາຮໍ ທາງພາກຕາເວັນອອກ ຂອງປາກິສຖານ ໃນມື້ວັນພຸດຜ່ານມາ ທີ່ເປັນເຫດໃຫ້ ມີຜູ້ເສຍຊີວິດ 35 ຄົນ.

ຜູ້ນຳຂອງກຸ່ມທາລີບານ ໃນປາກິສຖານ ກ່າວໃນມື້ວັນສຸກວານນີ້ວ່າ ລາວມີຄວາມພູມໃຈ ທີ່ສະຫະລັດ ໄດ້ຈັດເອົາ ກຸ່ມທາລີບານຂອງລາວ ເຂົ້າໄວ້ໃນບັນຊີລາຍຊື່ ກຸ່ມກໍ່ການຮ້າຍນາໆຊາດ ໃນມື້ວັນພຸດແລ້ວ. ນອກນັ້ນນາຍ Qari Hussain Mehsud ຍັງໄດ້ຂູ່ສະຫະລັດ ແລະສະຫະພາບຢູໂຣບວ່າ ຈະທຳການໂຈມຕີເພີ້ມຕື່ມ.

XS
SM
MD
LG