ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກທາລີບານປາກິສຖານ ໂຈມຕີລົດກົງສຸນສະຫະລັດ


ການໂຈມຕີດ້ວຍລະເບີດ ຕໍ່ລົດກົງສຸນອະເມຣິກັນ ທີ່ເມືອງ Peshawar ໃນພາກຕາເວັນຕົກສຽງເໜືອຂອງ ປາກິສຖານ (20 ພຶດສະພາ 2011)
ການໂຈມຕີດ້ວຍລະເບີດ ຕໍ່ລົດກົງສຸນອະເມຣິກັນ ທີ່ເມືອງ Peshawar ໃນພາກຕາເວັນຕົກສຽງເໜືອຂອງ ປາກິສຖານ (20 ພຶດສະພາ 2011)

ກຸ່ມທາລີບານໃນປາກິສຖານໄດ້ອ້າງເອົາຄວາມຮັບຜິດຊອບ
ໃນການໂຈມຕີດ້ວຍລະເບີດໃສ່ລົດກົງສຸນຂອງສະຫະລັດ 2
ຄັນທີ່ເມືອງ Peshawar ໃນພາກຕາເວັນຕົກສຽງເໜືອຂອງ
ປາກິສຖານ.

ເຈົ້າໜ້າທີ່ສະຖານທູດສະຫະລັດຄົນນຶ່ງກ່າວວ່າ ບໍ່ມີຊາວອະ
ເມຣິກັນຄົນໃດ ຢູ່ໃນລົດທັງສອງທີ່ມີການປ້ອງກັນຢ່າງເຂັ້ມ
ແຂງນັ້ນ ໄດ້ຮັບບາດເຈັບຮ້າຍແຮງຍ້ອນເຫດລະເບີດທີ່ເຮັດ
ໃຫ້ຊາວປາກິສຖານຄົນນຶ່ງເສຍຊີວິດ ແລະອີກ 11 ຄົນໄດ້
ຮັບ ບາດເຈັບ. ເຈົ້າໜ້າທີ່ເວົ້າວ່າ ມີລົດຄັນນຶ່ງໄດ້ຮັບຄວາມ
ເສຍຫາຍໃນເຫດຮ້າຍທີ່ ວ່ານີ້.

ໂຄສົກຂອງກຸ່ມທາລີບານກ່າວວ່າ ການໂຈມຕີດັ່ງກ່າວແມ່ນ
ເພື່ອເປັນການຕອບໂຕ້ຕໍ່ການສັງຫານນາຍ Osama bin-
Laden ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາຍດາໂດຍກຳລັງ
ພິເສດຂອງສະຫະລັດ. ໂຄສົກຍັງໃຫ້ຄຳໝັ້ນສັນຍາວ່າຈະມີ
ການໂຈມຕີເພີ່ມຕື່ມໃນອະນາຄົດຕໍ່ໜ້າ.

ມີການສັງເກດເຫັນວ່າ ໄດ້ມີການກໍ່ຄວາມຮຸນແຮງເພີ່ມຂຶ້ນຢູ່ໃນປາກິສຖານນັບແຕ່ກຳລັງສະ
ຫະລັດໄດ້ສັງຫານນາຍ bin-Laden ໃນການບຸກໂຈມຕີທີ່ເມືອງ Abbottabad ເມື່ອວັນທີ
2 ເດືອນນີ້.

XS
SM
MD
LG