ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງ ໃນ ປາກິດສະຖານ


ແຜນທີ່ ເຂດຊົນເຜົ່າ Wazriristan ເໜືອ ຂອງ ປາກິດສະຖານ
ແຜນທີ່ ເຂດຊົນເຜົ່າ Wazriristan ເໜືອ ຂອງ ປາກິດສະຖານ

ເຈົ້າໜ້າທີ່ສືບລັບ ປາກິດສະຖານ ກ່າວວ່າ ການໂຈມຕີ ດ້ວຍລູກສອນໄຟ ທີ່ສົງໄສວ່າ ມາຈາກ ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ ໄດ້ສັງຫານ ພວກຫົວຮຸນແຮງ ຢ່າງນ້ອຍ 12 ຄົນ.

ເຈົ້າໜ້າທີ່ ເວົ້າວ່າ ໃນວັນເສົາມື້ນີ້ ເຮືອບິນ ບໍ່ມີຄົນຂັບ ລຳນຶ່ງ ໄດ້ຍິງລູກສອນໄຟ 2 ລູກ ໃສ່ເຮືອນຄຸ້ມນຶ່ງ ທາງກໍ້າຕາເວັນອອກ ຂອງເມືອງ MIRANSHAH ໃນເຂດຊົນເຜົ່າ WAZIRISTAN ເໜືອ ຂອງປາກິດສະຖານ.

ເຈົ້າໜ້າທີ່ ເວົ້າວ່າ ພວກທີ່ ເສຍຊີວິດໄປນັ້ນ ແມ່ນມີທັງ ຊາວຕ່າງປະເທດ.

ການໂຈມຕີ ດ້ວຍລູກສອນໄຟ ທີ່ສົງໄສວ່າ ເປັນຂອງສະຫະລັດ ໄດ້ມີຂຶ້ນ ຫຼັງຈາກ ທູດພິເສດ ຮັບຜິດຊອບເລື່ອງ AFGHANISTAN ແລະ ປາກິດສະຖານ ທ່ານ RICHARD HOLBROOK ໄດ້ເດີນທາງ ໄປເຖິງ ນະຄອນຫລວງ ອິສລາມາບັດ ເພື່ອເຈລະຈາ ຫາລື ກັບພວກເຈົ້າໜ້າທີ່ ອະວຸໂສ ຂອງ ປາກິດສະຖານ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ໃຊ້ເຮືອບິນ ບໍ່ມີຄົນຂັບ ໂຈມຕີຫຼາຍຂຶ້ນ ຕໍ່ບ່ອນຫຼົບລີ້ ຂອງກຸ່ມກໍ່ການຮ້າຍ ອາລ-ກາຍ-ດາ ແລະ ພວກທາລີບານ ໃນເຂດຊົນເຜົ່າ ທີ່ຕັ້ງເລາະລຽບ ຊາຍແດນ ປາກິດສະຖານ ທີ່ຕິດກັບ AFGHANISTAN ນັ້ນ.

ລັດຖະບານ ປາກິດສະຖານ ໄດ້ຄັດຄ້ານ ຕໍ່ການໂຈມຕີ ຂອງສະຫະລັດ ໂດຍເວົ້າວ່າ ມັນເປັນການ ລ່ວງລະເມີດ ຕໍ່ອະທິປະໄຕ ຂອງຕົນ.

XS
SM
MD
LG