ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

11 ຄົນເສຍຊີວິດ ໃນຄວາມຮຸນແຮງ ຢູ່ປາກິສຖານ


ຊາວຊີໄອທ໌ມຸສລິມທີ່ມີຄວາມໂກດແຄ້ນພາກັນຈູດຢາງຕີນລົດເພື່ອປະທ້ວງຕໍ່ການທີ່ມືປືນໄດ້ສັງຫານຜູ້ຄົນໃນປະ ຊາຄົມເຂົາເຈົ້າ ທີ່ເມືອງ Quetta ໃນພາກຕາເວັນຕົກສຽງໃຕ້ຂອງປາກິສຖານ (30 ກໍລະກົດ 2011)
ຊາວຊີໄອທ໌ມຸສລິມທີ່ມີຄວາມໂກດແຄ້ນພາກັນຈູດຢາງຕີນລົດເພື່ອປະທ້ວງຕໍ່ການທີ່ມືປືນໄດ້ສັງຫານຜູ້ຄົນໃນປະ ຊາຄົມເຂົາເຈົ້າ ທີ່ເມືອງ Quetta ໃນພາກຕາເວັນຕົກສຽງໃຕ້ຂອງປາກິສຖານ (30 ກໍລະກົດ 2011)

ຕຳຫຼວດໃນພາກຕາເວັນຕົກສຽງໃຕ້ຂອງປາກິສຖານກ່າວວ່າ ມືປືນໄດ້ລະດົມຍິງໃສ່ລົດຕູ້ນ້ອຍ
ຄັນນຶ່ງສັງຫານຊາວມຸສລິມນິກາຍຊີໄອທ໌ 11 ຄົນທີ່ຢູ່ໃນລົດຄັນນັ້ນ ຮວມທັງແມ່ຍິງຄົນນຶ່ງ.

ເຈົ້າໜ້າທີ່ກ່າວວ່ານອກນັ້ນຍັງມີຜູ້ໄດ້ຮັບບາດເຈັບຢ່າງນ້ອຍ 2 ຄົນໃນການໂຈມຕີທີ່ສົງໄສວ່າ
ພົວພັນກັບເລື່ອງສາສະໜາທີ່ເມືອງ Quetta ເມືອງເອກຂອງແຂວງ Baluchistan.

ພວກປະທ້ວງຈຳນວນຫຼາຍຮ້ອຍຄົນທີ່ມີຄວາມໂກດແຄ້ນຍ້ອນການໂຈມຕີໃນຄັ້ງນີ້ໄດ້ໂຮມຊຸມ
ນຸມກັນຢູ່ຂ້າງນອກໂຮງໝໍແຫ່ງນຶ່ງໃນເມືອງ Quetta. ຕຳຫຼວດເວົ້າວ່າ ພວກປະທ້ວງໄດ້ຈູດ
ລົດໃຫຍ່ 2 ຄັນ ແລະລົດຈັກອີກ 2 ຄັນ. ເຈົ້າໜ້າທີ່ເວົ້າວ່າ ຕຳຫຼວດເຂົ້າກຳສະຖານະການ
ຄືນໄດ້ແລ້ວ.

ປາກິສຖານເຄີຍມີປະວັດມາແລ້ວ ກ່ຽວກັບຄວາມຮຸນແຮງທາງດ້ານສາສະໜາ. ເຖິງແມ່ນວ່າ
ສ່ວນຫຼາຍຂອງພວກຊຸນນີ່ຊຶ່ງເປັນສາສະໜາກຸ່ມໃຫຍ່ໃນປາກິສຖານແລະພວກຊີໄອທ໌ຊຶ່ງເປັນ
ສາສະໜາກຸ່ມນ້ອຍໄດ້ດຳລົງຊີວິດຮ່ວມກັນຢ່າງສັນຕິກໍຈິງ ແຕ່ກໍມີກຸ່ມຫົວຮຸນແຮງນ້ອຍໆຈຳ
ນວນນຶ່ງຂອງທັງສອງຝ່າຍ ມັກທຳການ ໂຈມຕີຕໍ່ຝ່າຍກົງກັນຂ້າມ.

XS
SM
MD
LG