ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະລະຊີບ ໃນປາກິສຖານ


ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍລະເບີດ ສະລະຊີບ 2 ຄັ້ງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍ 42 ຄົນ ແລະ ໄດ້ຮັບບາດເຈັບ ອີກປະມານ 145 ຄົນ ຢູ່ສtຖານທີ່ ສັກສິດແຫ່ງນຶ່ງ ຂອງສາສະໜາ ອິສະລາມ ໃນນະຄອນລາຮໍ ທາງພາກຕາເວັນອອກ ຂອງປາກິສຖານ.

ການໂຈມຕີທັງ 2 ມີຂຶ້ນໃນ ວັນພະຫັດວານນີ້ ຂະນະທີ່ ຜູ້ຄົນຈຳນວນຫຼາຍພັນຄົນ ໄປເຕົ້າໂຮມກັນ ທີ່ຂຸມຝັງສົບ ທ່ານ DATA DURBAR ນັກບຸນທີ່ມີຊື່ສຽງ ຂອງກຸ່ມນິ ກາຍ SUFI ຊຶ່ງໃນແຕ່ລະປີ ມີຜູ້ຄົນ ເປັນຈຳນວນຫຼວງຫຼາຍ ພາກັນ ໄປຢ້ຽມຢາມ.

ຕຳຫຼວດເວົ້າວ່າ ນຶ່ງໃນການໂຈມຕີ ມີຂຶ້ນຢູ່ບໍລິເວນເດີ່ນ ທີ່ຂຸມຝັງສົບ ແລະອີກບ່ອນນຶ່ງ ມີຂຶ້ນຢູ່ທີ່ຫ້ອງໃຕ້ດິນ ບ່ອນທີ່ ພວກໄປສະແຫວງບຸນ ພາກັນລ້າງສ່ວຍ ກ່ອນຈະສວດມົນ ພາວະນາ.

ນາຍົກລັດຖະມົນຕີປາກິສຖານທ່ານ YUSUF RAZA GILANI ໄດ້ປະນາມການໂຈມຕີ ດັ່ງກ່າວ. ທ່ານເວົ້າວ່າ ຂຸມຝັງສົບ ທ່ານ DATA DURBAR ເປັນສະຖານທີ່ ທີ່ມີຄຸນຄ່າ ທາງດ້ານຈິດໃຈ ສຳລັບຊາວມຸສະລິມ ໃນທົ່ວປະເທດ ແລະ ການໂຈມຕີ ສະຖານທີ່ດັ່ງກ່າວ ແມ່ນສະແດງໃຫ້ເຫັນວ່າ ພວກທີ່ໂຈມຕີ ບໍ່ໄດ້ຄຳນຶງເຖິງ ເລື່ອງສາສະໜາ ຄວາມເຫຼື້ອມໃສສັດທາ ຫຼືຄວາມເຊື່ອ ແຕ່ຢ່າງໃດ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ດັ່ງກ່າວນີ້ເທື່ອ.

XS
SM
MD
LG