ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມຮຸນແຮງ ໃນປາກິສຖານ


ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ເຫດລະເບີດແຕກ ທີ່ເຂດຊົນເຜົ່າ KHYBER ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 6 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນແລ້ວ ຍັງມີຜູ້ໄດ້ຮັບບາດເຈັບ ອີກບໍ່ຕໍ່າກວ່າ 15 ຄົນ ໃນເຫດລະເບີດແຕກ ທີ່ຕະຫຼາດ BAZAAR ທີ່ແອອັດ ໄປດ້ວຍຜູ້ຄົນ ແຫ່ງນຶ່ງ ໃນວັນສຸກມື້ນີ້.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ດັ່ງກ່າວນີ້ເທື່ອ. ເຂດຊົນເຜົ່າ ຂອງປາກິສຖານ ຊຶ່ງຕັ້ງຢູ່ ຕິດຊາຍແດນ ກັບອັຟການິສຖານນັ້ນ ແມ່ນເປັນທີ່ ຮູ້ຈັກກັນດີວ່າ ເປັນບ່ອນຫຼົບລີ້ ຂອງພວກຫົວຮຸນແຮງ ທາລີບານ ແລະ ກຸ່ມກໍ່ການຮ້າຍ ອາລກາຍດາ.

ການຮັກສາ ຄວາມປອດໄພ ໃນເຂດ KHYBER ແມ່ນຖືວ່າ ເປັນເລື່ອງຮີບດ່ວນສຸດ ຫຼືບຸລິມມະສິດ ສຳລັບວໍຊິງຕັນ ໃນເມື່ອວ່າ ເຂດດັ່ງກ່າວນີ້ ແມ່ນເປັນພາກສ່ວນນຶ່ງ ຂອງເສັ້ນທາງລຳລຽງ ຍຸດທະປັດໄຈ ຂອງອົງການເນໂຕ້ ໄປຍັງ ອັຟການິສຖານ.

XS
SM
MD
LG