ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານໄວ້ທຸກໃຫ້ເຈົ້າແຂວງ ທີ່ເສຍຊີວິດ


ຕຳຫຼວດປາກິສຖານ ຫາມຫີບສົບເຈົ້າແຂວງໆປັນຈາບ ທ່ານ Salman Taseer ບໍ່ດົນກ່ອນຈະຖືກຝັງ ທີ່ສຸສານນະຄອນລາຮໍ (5 ມັງກອນ 2011)
ຕຳຫຼວດປາກິສຖານ ຫາມຫີບສົບເຈົ້າແຂວງໆປັນຈາບ ທ່ານ Salman Taseer ບໍ່ດົນກ່ອນຈະຖືກຝັງ ທີ່ສຸສານນະຄອນລາຮໍ (5 ມັງກອນ 2011)

ຕຳຫຼວດທີ່ນະຄອນລາຮໍໃນປາ
ກິສຖານໄດ້ຮັບຄຳສັ່ງໃຫ້ຢູ່ໃນ
ທ່າກຽມພ້ອມສຸດຂີດ ຂະນະທີ່
ຝູງຊົນ ພາກັນໄປເຕົ້າໂຮມກັນ
ເພື່ອສົ່ງສະການ ໃຫ້ແກ່ເຈົ້າ
ແຂວງໆປັນຈາບທີ່ໄດ້ຖືກລອບ
ສັງຫານ ໃນວັນອັງຄານວານນີ້
ໂດຍອາລັກຂາຄົນນຶ່ງຂອງທ່ານ.

ນາຍົກລັດຖະມົນຕີ Yousuf Raza Gilani ໄດ້ມີຄຳສັ່ງໃຫ້ຈັດພິທີສົ່ງສະການ ຢ່າງເປັນ
ທາງການ ໃຫ້ແກ່ທ່ານ Salman Taseer ຢູ່ທີ່ເຮືອນຂອງທ່ານເຈົ້າແຂວງ ໃນນະຄອນ
ລາຮໍ. ຕຳຫຼວດໄດ້ທຳການລາດຕະເວນຢູ່ຕາມຖະໜົນຫົນທາງແລະຍາມຮັກສາການຢູ່ຕາມ
ຈຸດສຳຄັນໆໃນນະຄອນດັ່ງກ່າວ.

ທ່ານ Taseer ໄດ້ຖືກຍິງຕາຍ ໃນວັນອັງຄານວານນີ້ ທີ່ນະຄອນຫຼວງອິສລາມາບັດ. ຜູ້
ຕ້ອງສົງໄສທີ່ຖືກລະບຸຊື່ວ່າແມ່ນນາຍ Mumtaz Qadri ນັ້ນ ສາລະພາບວ່າໄດ້ສັງຫານ
ເຈົ້າແຂວງທ່ານນີ້ແທ້ ຍ້ອນທ່ານຄັດຄ້ານ ຕໍ່ກົດໝາຍໝິ່ນປະໝາດສາສະໜາອິສລາມ ທີ່ ເປັນບັນຫາຖົກຖຽງໂຕ້ແຍ້ງກັນນັ້ນ.

ລັດຖະມົນຕີກະຊວງພາຍໃນປາກິສຖານທ່ານ Rehman Malik ກ່າວວ່າການສືບສວນ
ກຳລັງດຳເນີນຢູ່ ເພື່ອພິຈາລະນາເບິ່ງວ່າ ມືສັງຫານຄົນນີ້ ໄດ້ດຳເນີນການຕາມລຳພັງຫຼື ເປັນສ່ວນນຶ່ງຂອງອົງການໃຫຍ່ໆ.

ການລອບສັງຫານທີ່ວ່ານີ້ມີຂຶ້ນ ຂະນະທີ່ພັກປະຊາຊົນປາກິສຖານ ຊຶ່ງເປັນພັກລັດຖະ
ບານ ທີ່ທ່ານ Taseer ເປັນສະມາຊິກນັ້ນ ພວມດີ້ນຮົນເພື່ອຈະຈັດຕັ້ງລັດຖະບານຊຸດ
ໃໝ່ລຸນຫຼັງທີ່ພາຄີສຳຄັນໃນລັດຖະບານປະສົມໄດ້ຖອນໂຕອອກ.

XS
SM
MD
LG